• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ

ການຢ້ຽມຢາມ ສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນໂອກາດ ເພື່ອໃຫ້ສອງຝ່າຍ ສືບຕໍ່ແລກປ່ຽນ ບົດຮຽນໃນການພັດທະນາ, ຊຸກຍູ້ຂໍ້ຕົກລົງຂັ້ນສູງ ລະຫວ່າງ ສອງປະເທດຢ່າງມີປະສິດທິພາບ.
ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ຕ້ອນຮັບທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ທີ່ສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ. ພາບ: ເຟືອງຮວາ/VNA
 
ຕອນເຊົ້າວັນທີ 28 ມິຖຸນາ 2021, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ນຳໜ້າ ຄະນະ ຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ລາວ ມາເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 28 – 29 ມິຖຸນາ 2021 ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ພ້ອມດ້ວຍພັນລະຍາ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ.

ນີ້ເປັນການຢ້ຽມຢາມຕ່າງປະເທດ ຄັ້ງທຳອິດຂອງທ່ານ ທອງລຸນ ສີສຸລິດ ໃນຖານະຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ອາຍຸການ 2021 – 2026.
 
ປະຕິບັດ: VNA/VNP
 

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

Top