• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຕ້ອນຮັບຫົວໜ້າ ຫ້ອງວ່າການ ສູນກາງພັກກອມມູນິດຫວຽດນາມ

ໃນຂອບເຂດການຢ້ຽມຢາມລາວ, ຕອນເຊົ້າວັນທີ 22 ພະຈິກ, ທ່ານເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຫ້ອງວ່າການ ສູນກາງ ພັກກອມມູນິດຫວຽດນາມ ເລມິນຮຶງ ໄດ້ໃຫ້ເຂົ້າຢ້ຽມຄຳນັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ທອງລຸນ ສີສຸລິດ
  ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານຫົວໜ້າຫ້ອງວ່າການສູນກາງພັກ ເລມິນຮຶງ  

ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກວ່າອີກ, ປະຕິບັດສັນຍາຮ່ວມມືລະຫວ່າງສອງຫ້ອງວ່າການຢ່າງມີປະສິດທິຜົນ ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວຢ່າງມີໄຊ; ພ້ອມກັນນັ້ນ, ຮັກສາ ແລະ ເສີມສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

ຕອນບ່າຍວັນດຽວກັນ, ທ່ານເລມິນຮຶງ, ຫົວໜ້າຫ້ອງວ່າການສູນກາງພັກໄດ້ມີການເຈລະຈາກັບທ່ານຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ທອງສະລິດ ມັງໜໍ່ເມກ. ທີ່ການພົບປະ, 2 ຝ່າຍໄດ້ຕີລາຄາບັນດາໝາກຜົນການຮ່ວມມືລະຫວ່າງ 2 ຫ້ອງວ່າການສູນກາງພັກສອງປະເທດໃນໄລຍະຜ່ານມາ; ແລກປ່ຽນບົດຮຽນໃນວຽກງານຄົ້ນຄ້ວາ ແລະ ເປັນເສນາທິການຮັບໃຊ້ວຽກງານຊີ້ນຳນຳພາຂອງພັກ ແລະ ບາງຈຸດສຸມການຮ່ວມມືລະຫວ່າງສອງຫ້ອງວ່າການສູນກາງພັກໃນປີ 2023.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top