• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ຢຶດໝັ້ນຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຈີນ - ຫວຽດນາມ ແລະ ແມ່ນຜູ້ກຳນົດທິດ,

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ຢຶດໝັ້ນຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຈີນ - ຫວຽດນາມ ແລະ ແມ່ນຜູ້ກຳນົດທິດ,

    

ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ທີ່ພິທີປະດັບຫຼຽນ

ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ, ຕອນບ່າຍວັນທີ 31 ຕຸລາ, ທີ່ຫໍສະພາປະຊາຊົນແຫ່ງຊາດ ຈີນຢູ່ນະຄອນຫຼວງ ປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ເປັນປະທານພິທີປະດັບຫຼຽນໄຊມິດຕະພາບຂອງປະເທດ ສປ ຈີນ ໃຫ້ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ເນັ້ນໜັກວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ຢຶດໝັ້ນຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຈີນ - ຫວຽດນາມ ແລະ ແມ່ນຜູ້ກຳນົດທິດ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ການປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນການສະແດງໃຫ້ເຫັນນ້ຳໃຈມິດຕະພາບຂອງພັກກອມມູນິດ ຈີນ ແລະ ປະຊາຊົນ ຈີນ ທີ່ມີຕໍ່ສ່ວນຕົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ປະຊາຊົນ ຫວຽດນາມ, ເປັນພະຍານຫຼັກຖານໃຫ້ແກ່ນ້ຳໃຈມິດຕະພາບ ຈີນ ແລະ ຫວຽດນາມ.

        ສ່ວນທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ, ເນັ້ນໜັກວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ຂອງຂວັນອັນສູງສົ່ງນີ້ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງສຳລັບພວກເຮົາເພື່ອສືບຕໍ່ປັບປຸງ, ພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະຈີນ. ຂ້າພະເຈົ້າເອງກໍ່ຈະພະຍາຍາມໃນຖານະຕຳແໜ່ງຂອງຕົນເພື່ອພ້ອມກັບການນຳພັກ, ລັດ, ປະຊາຊົນ ຫວຽດນາມ ທຸກຊັ້ນວັນນະ ມະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ສີວິໄລ, ທັນສະໄໝ ແລະ ພ້ອມກັບປະຊາຊົນ ຈີນ ສາມັກຄີເອກະພາບ, ໝັ້ນຄົງໜັກແໜ້ນ”.

        ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ພ້ອມກັນເປັນສັກຂີພິຍານພິທີລົງນາມເອກະສານ 13 ສະບັບທີ່ບັນດາຄະນະ, ກະຊວງ, ຂະແໜງການ, ສູນກາງ, ທ້ອງຖິ່ນ ໄດ້ລົງນາມໃນການຢ້ຽມຢາມຢ່າງເປັນທາງການຄັ້ງນີ້.

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ກໍ່ໄດ້ເຊີນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມງານດື່ມນ້ຳຊາຢູ່ຫໍສະພາປະຊາຊົນຢູ່ນະຄອນຫຼວງ ປັກກິ່ງ. ນີ້ແມ່ນຄັ້ງທີສອງທີ່ພັກ, ລັດ ຈີນ ຈັດຕັ້ງພິທີ ພິເສດນີ້ເພື່ອຕ້ອນຮັບທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top