• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງສິ້ນສຸດການຢ້ຽມຢາມສ.ອິນໂດເນເຊຍແລະຢ້ຽມຢາມທາງລັດຖະກິດເຖິງສ.ສະຫະພັນມຽນມາ

      ຕອນບ່າຍວັນທີ 26 ສິງຫາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສ.ອິນໂດຍເນເຊຍ ເປັນທາງການອັນຈົບງາມ ໃນລະຫວ່າງວັນທີ 22 – 24 ສິງຫາ, ຕາມຄຳເຊີນຂອງທ່ານປະທານາທິບໍດີອິນໂດເນເຊຍ Joko Widodo

(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ Joko Widodo)
      ແລະ ການຢ້ຽມຢາມທາງລັດຖະກິດເຖິງປະເທດສ.ສະຫະພັນມຽນມາ ໃນລະຫວ່າງວັນທີ 24 – 26 ສິງຫາ, ຕາມຄຳເຊີນຂອງທ່ານປະທານາທິບໍດີ Htin Kyaw.
      ໃນໄລຍະຢູ່ຢ້ຽມຢາມອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ Joko Widodo, ພົບປະ ແລະ ເຈລະຈາຮ່ວມກັບປະທານພັກປະຊາທິປະໄຕຕໍ່ສູ້ Megawati Sukarnoputri; ເຂົ້າຮ່ວມ ແລະ ກ່າວປາໄສທີ່ງານລ້ຽງຂອງເວທີປາໄສວິສາຫະກິດອິນໂດເນເຊຍ - ຫວຽດນາມ… ຜ່ານບັນດາການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີສົມທົບກັນ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກອາຊຽນອື່ນ ໃນການຮັກສາຄວາມສາມັກຄີ, ເປັນເອກະພາບພາຍໃນກຸ່ມ, ເສີມຂະຫຍາຍບົດບາດໃຈກາງນຳພາຂອງອາຊຽນ ໃນໂຄງປະກອບພາກພື້ນ, ປະຕິບັດການຫັນບັນດາເປົ້າໝາຍຂອງປະຊາຄົມໃຫ້ປະກົດຜົນເປັນຈິງ ແລະ ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ. ເນື່ອງໃນໂອກາດການຢ້ຽມຢາມ, 2 ຝ່າຍໄດ້ລົງນາມໃນເອກະສານຮ່ວມມື 6 ສະບັບ.
      ໃນໄລຍະຢູ່ຢ້ຽມຢາມມຽນມາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ Htin Kyaw; ພົບປະເຈລະຈາກັບທີ່ປຶກສາແຫ່ງລັດ Aung San Suu Kyi; ພົບປະເຈລະຈາກັບປະທານສະພາສູງ, ສະພາຕ່ຳ ແລະ ບັນດາການນຳອື່ນໆຂອງມຽນມາ… ຜ່ານບັນດາການພົບປະເຈລະຈາ, 2 ຝ່າຍໄດ້ເປັນເອກະພາບທິດທາງ ແລະ ບັນດາມາດຕະການຊຸກຍູ້ການພົວພັນຮອບດ້ານລະຫວ່າງ 2 ປະເທດ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນຂອບເຂດອາຊຽນ, ການຮ່ວມມື ຕາເວັນອອກ - ຕາເວັນຕົກ, ການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງ… ໃນຂອບເຂດການຢ້ຽມຢາມ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ມຽນມາ ແລະ ໄດ້ລົງນາມໃນເອກະສານຮ່ວມມື 4 ສະບັບ.
      ຕອນບ່າຍວັນທີ 26 ສິງຫາ, ເມື່ອສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງປະເທດສ.ສະຫະພັນມຽນມາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ສົ່ງໂທລະເລກຂອບໃຈເຖິງທ່ານປະທານາທິບໍດີມຽນມາ Htin Kyaw. ໃນໂທລະເລກ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນການເຊື່ອໝັ້ນຢ່າງແນວແນ່ວ່າ, ໝາກຜົນຕັ້ງໜ້າຂອງການຢ້ຽມຢາມ ແລະ ເລື່ອງ 2 ຝ່າຍເຫັນດີສ້າງຕັ້ງຂອບເຂດ “ການພົວພັນຄູ່ຮ່ວມມືຮອບດ້ານ” ລະຫວ່າງ 2 ປະເທດຈະແມ່ນຂີດໝາຍໃໝ່, ລະດັບສູງໃໝ່ ແລະ ກຳລັງໜູນໃໝ່, ນຳການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງແຮງກວ່າອີກ.
(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top