• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງອອກຄຳຮຽກຮ້ອງໃຫ້ປະຊາຊົນຫວຽດນາມຈົ່ງຮ່ວມແຮງຮ່ວມໃຈໃນການປ້ອງກັນ,ຕ້ານໂລກລະບາດໂຄວິດ-19

ທົ່ວປະເທດຈະຮ່ວມແຮງຮ່ວມໃຈ, ທົ່ວພັກ, ທົ່ວປວງຊົນເປັນຈິດໜຶ່ງໃຈດຽວ, ພ້ອມກັບການໜູນຊ່ວຍຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ, ແນ່ນອນວ່າ ຫວຽດນາມ ຈະຍາດໄດ້ໄຊຊະນະຕໍ່ໂລກລະບາດໂຄວິດ-19.
(ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ)

ໃນຄຳຮຽກຮ້ອງທີ່ຝາກເຖິງປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ປະຈຸບັນ, ສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ, ແຜ່ລະບາດຢ່າງໄວ, ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງເຖິງສຸຂະພາບ ແລະ ຊີວິດອິນຊີຂອງປະຊາຊົນ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງເສດຖະກິດ-ສັງຄົມ ແລະ ທຸກດ້ານຂອງຊີວິດ. ດ້ວຍຈິດໃຈ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”, ປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານເລຂາທິການໃຫຍ່ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງມານະພະຍາຍາມກ່າວອີກ; ສາມັກຄີກວ່າອີກ; ມີຄວາມຕັດສິນໃຈໃຫ້ຫຼາຍກວ່າ ເພື່ອຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ, ທຸກຂັ້ນ, ທຸກຂະແໜງການຊອກຫາທຸກວິທີເພື່ອສະກັດກັ້ນ, ຍູ້ໃຫ້ໂລກລະບາດຖອຍໄປ ບໍ່ປະໃຫ້ແຜ່ລະບາດໃນຊຸມຊົນ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ຄະນະພັກ, ອົງການຈັດຕັ້ງພັກ, ອຳນາດການປົກຄອງ, ຄະນະຊີ້ນຳການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຈາກຂັ້ນສູງກາງລົງຮອດທ້ອງຖິ່ນ ຕ້ອງຊີ້ນຳນຳພາຢ່າງເດັດດຽວກວ່າ, ຄວບຄຸມສະພາບການໃຫ້ເປັນຢ່າງດີ; ບໍ່ປະໝາດ, ຂາດຄວາມລະມັດລະວັງໃນການຮັບມືກັບສະພາບການໃໝ່ຂອງໂລກລະບາດຢ່າງເດັດຂາດ…

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ, ທົ່ວປະເທດຈະຮ່ວມແຮງຮ່ວມໃຈ, ທົ່ວພັກ, ທົ່ວປວງຊົນເປັນຈິດໜຶ່ງໃຈດຽວ, ເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳ, ພ້ອມກັບການໜູນຊ່ວຍຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ, ແນ່ນອນວ່າ ຫວຽດນາມ ຈະຍາດໄດ້ໄຊຊະນະຕໍ່ໂລກລະບາດໂຄວິດ-19.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top