• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງເປັນປະທານກອງປະຊຸມການເມືອງກອງທັບ

      ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີສືບຕໍ່ເສີມຂະຫຍາຍກຳລັງແຮງສັງລວມເພື່ອສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ ຕິດພັນກັບຄວາມສະຫງົບປະຊາຊົນໃຫ້ເຂັ້ມແຂງ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ
(ພາບ: TTXVN)
      ຕອນເຊົ້າວັນທີ 07 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມການເມືອງກອງທັບປີ 2020. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີສືບຕໍ່ເສີມຂະຫຍາຍກຳລັງແຮງສັງລວມເພື່ອສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ ຕິດພັນກັບຄວາມສະຫງົບປະຊາຊົນໃຫ້ເຂັ້ມແຂງ. ພ້ອມກັນນັ້ນ, ກະຊວງປ້ອງກັນປະເທດ ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ປົກປ້ອງຊີວິດອິນຊີ, ຊັບສົມບັດຂອງປະຊາຊົນຢ່າງທັນການ. ຄຽງຂ້າງນັ້ນ, ຈັດຕັ້ງການສັບຊ້ອນກົງຈັກກອງທັບໃຫ້ສົມບູນແບບຕາມທິດ “ກະທັດລັດ, ເຂັ້ມແຂງ” ຮອດປີ 2030 ສ້າງເຫຼົ່າຮົບການທະຫານ, ກຳລັງໃຫ້ທັນສະໄໝ; ສູ້ຊົນນັບແຕ່ປີ 2030 ສ້າງກອງທັບໃຫ້ທັນສະໄໝ, ສືບຕໍ່ປະຕິບັດວຽກງານການຕ່າງປະເທດ ສົມທົບກັບການປ້ອງກັນຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ກ່າວວ່າ.
        “ຕ້ອງເອົາໃຈໃສ່ປະຕິບັດວຽກງານການສຶກສາດ້ານແນວຄິດການເມືອງໃຫ້ເປັນຢ່າງດີ, ສຶກສາໜ້າທີ່ຢ່າງເລິກເຊິ່ງ, ບຳລຸງສ້າງທາງດ້ານຈິດໃຈ, ຄຸນສົມບັດປະຕິວັດ, ຄວາມຮັກແພງຕໍ່ເພື່ອນຮ່ວມກົມກອງໃຫ້ແກ່ພະນັກງານ, ນັກຮັບ, ຕ້ອງຮັບປະກັນວ່າ ກອງທັບຍາມໃດກໍ່ແມ່ນກຳລັງການເມືອງ, ກຳລັງສູ້ຮົບທີ່ຈົ່ງຮັກພັກດີທີ່ສຸດ, ແມ່ນບ່ອນອີງຢ່າງໝັ້ນຂົງເຂັ້ມແຂງ, ມີຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ ແລະ ປະຕິບັດໜ້າທີ່ໃນທຸກສະພາບການໄດ້ເປັນຢ່າງດີທີ່ສຸດ. ສືບຕໍ່ຕໍ່ສູ້ກັບບັນດາທັດສະນະຢ່າງຜິດພາດ, ເປັນປໍລະປັກ”.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top