• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເຈືອງຮ່ວາບີງ,ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຮັດວຽກກັບການນຳແຂວງ ກວ໋າງນີງ

ວັນທີ 24 ສິງຫາ, ທ່ານ ເຈືອງຮ່ວາບີງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ເຮັດວຽກກັບການນຳແຂວງ ກວ໋າງນີງ ກ່ຽວກັບສະພາບການເສດຖະກິດ ສັງຄົມ, ຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນ ຕ້ານການຄ້າຂາຍເຖື່ອນ, ສໍ້ໂກງການຄ້າ.

 ທ່ານເຈືອງຮ່ວາບີງ,ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຮັດວຽກກັບການນຳແຂວງ ກວ໋າງນີງ
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນຫນັກວ່າ ແຂວງ ກວ໋າງນີງ ຄວນສ້າງການຫັນປ່ຽນຢ່າງແຮງກວ່າໃນການພັດທະນາເສດຖະກິດ ເປັນຕົ້ນແມ່ນເສດຖະກິດທະເລ, ການທ່ອງທ່ຽວ, ເສດຖະກິດການຄ້າຊາຍແດນ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ແຂວງ ກວ໋າງນີງ ຄວນສົມທົບຢ່າງແຫນ້ນແຟ້ນກັບບັນດາອົງການສູນກາງ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ ກໍລະນີຟ້ອງຮ້ອງ, ກ່າວຟ້ອງທີ່ສັບສົນ,ແກ່ຍາວນັ້ນໃຫ້ເຖິງຖອງ.
(ແຫຼ່ງຄັດຈາກ VOV)
 

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top