• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ມອບຂອງຂວັນບຸນເຕັດຢູ່ແຂວງ ຮ່ວາບິ່ງ

ທ່ານຮອງນາຍົກລັດຖະມົນຕີ ໄດ້ແບ່ງປັນວ່າ: ປີ 2023, ປະເທດຊາດໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງເພື່ອບັນລຸໄດ້ບັນດາຜົນງານທີ່ຕັ້ງໜ້າ, ປະກອບສ່ວນສ້າງກຳລັງໜູນ ເພື່ອປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈ, ມອບຂອງຂວັນບຸນເຕັດ 200 ພູດ (ພາບ: ໜັງສືພິມ ຮ່ວາບິ່ງ)

ຕອນເຊົ້າວັນທີ 22 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈ, ມອບຂອງຂວັນບຸນເຕັດ 200 ພູດ ໃຫ້ແກ່ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າ, ຄອບຄົວທຸກຍາກ ແລະ ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ຮ່ວາບິ່ງ.   

ກ່າວຄຳເຫັນກັບພໍ່ແມ່ປະຊາຊົນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ແບ່ງປັນວ່າ: ປີ 2023, ປະເທດຊາດໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງເພື່ອບັນລຸໄດ້ບັນດາຜົນງານທີ່ຕັ້ງໜ້າ, ປະກອບສ່ວນສ້າງກຳລັງໜູນ ເພື່ອປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ. ສຳລັບແຂວງ ຮ່ວາບິ່ງ, ທ່ານຮອງນາຍົກລັດຖະມົນຕີ ຕີລາຄາວ່າ: ແຂວງ ແມ່ນຈຸດເດັ່ນໃນວຽກງານລົບລ້າງຄວາມອຶດຫິວ, ທຸກຍາກ, ດ້ວຍອັດຕາຄວາມທຸກຍາກຫລຸດລົງ 3% ເມື່ອທຽບໃສ່ປີ 2022, ຊຶ່ງແມ່ນຕົວເລກເປັນໜ້າຊື່ນຊົມ ຊຶ່ງຫາກບໍ່ແມ່ນທ້ອງຖິ່ນໃດກໍ່ສາມາດປະຕິບັດໄດ້. ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ: ແຂວງ ຮ່ວາບິ່ງ ສືບຕໍ່ຂົນຂວາຍບັນດາວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນສືບຕໍ່ປະຕິບັດວຽກງານເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ, ຜູ້ມີຄວາມສ່ຽງໄພສູງກ່ວາເພິ່ນ ໃຫ້ເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ຮ່ວາບິ່ງ ມານະພະຍາຍາມຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມຢ່າງຕັ້ງໜ້າ, ພິເສດແມ່ນໂຄງການເສັ້ນທາງຄວາມໄວສູງເຊື່ອມຕໍ່ກັບ ຮ່າໂນ້ຍ, ປະກອບສ່ວນດຶງດູດບັນດານັກລົງທຶນຮ່ວມແຮງຮ່ວມໃຈສ້າງທ້ອງຖິ່ນພັດທະນາຢ່າງແຮງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top