• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ: ຕ້ອງລົງທຶນບັນດາໂຄງການເປົ້າໝາຍແຫ່ງຊາດໂດຍມີຈຸດສຸມ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນສຸມໃສ່ລົງທຶນໂດຍມີຈຸດສຸມ; ປະສານສົມທົບກັບບັນດາແຫຼ່ງທຶນເພື່ອປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລິວກວາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: nhandan.vn)

ຕອນບ່າຍວັນທີ 10 ສິງຫາ, ຢູ່ ອຽນບາຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລິວກວາງ, ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດ, ໄດ້ເປັນປະທານກອງປະຊຸມທາງໄກເຊື່ອມຕໍ່ກັບ 14 ແຂວງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ ກ່ຽວກັບສະພາບການຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດ.  

ໂດຍຕີລາຄາສູງວຽກງານຜັນຂະຫຍາຍການປະຕິບັດໂຄງການເປົ້າໝາຍແຫ່ງຊາດຂອງບັນດາແຂວງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນສຸມໃສ່ລົງທຶນໂດຍມີຈຸດສຸມ; ປະສານສົມທົບກັບບັນດາແຫຼ່ງທຶນເພື່ອປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ; ພ້ອມກັນນັ້ນ, ກໍ່ເອົາໃຈໃສ່ເຖິງວຽກງານຕິດຕາມກວດກາ ແລະ ການປະຕິບັດ.   

ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ໄດ້ເຮັດວຽກກັບແຂວງ ອຽນບາຍ ກ່ຽວກັບສະພາບການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top