• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຮັດວຽກກັບຄະນະພັກນະຄອນ ໂຮ່ຈີມິນ

      ເລີ່ມແຕ່ເວລາ 00 ໂມງຂອງວັນທີ 01 ຕຸລາ 2021, ທາງນະຄອນຈະປະຕິບັດການຜ່ອນຜັນການແຍກຫ່າງສັງຄົມທຽບເທົ່າກັບລະດັບທີ່ໄດ້ຮັບການຕີລາຄາອີງຕາມການແນະນຳຊົ່ວຄາວ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ”.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ
(ພາບ TTXVN)
      ຕອນບ່າຍວັນທີ 27 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ມີການເຮັດວຽກກັບຄະນະພັກນະຄອນ ໂຮ່ຈີມິນ ກ່ຽວກັບຮ່າງຄຳສັ່ງວ່າດ້ວຍການດັດປັບບັນດາມາດຕະການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ ແລະ ການຟື້ນຟູພື້ນຖານເສດຖະກິດ, ສັງຄົມໃນບໍລິເວນນະຄອນ ພາຍຫຼັງວັນທີ 30 ກັນຍາ. ຮ່າງຄຳສັ່ງດັ່ງກ່າວກຳນົດວ່າ, ເລີ່ມແຕ່ເວລາ 00 ໂມງຂອງວັນທີ 01 ຕຸລາ 2021, ທາງນະຄອນຈະປະຕິບັດການຜ່ອນຜັນການແຍກຫ່າງສັງຄົມທຽບເທົ່າກັບລະດັບທີ່ໄດ້ຮັບການຕີລາຄາອີງຕາມການແນະນຳຊົ່ວຄາວ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ”. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ນະຄອນຈົ່ງເອົາໃຈໃສ່ເຖິງເລື່ອງບ່ອນຢູ່, ວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມ ແລະ ສັກວັກຊິນໃຫ້ແກ່ຜູ້ອອກແຮງງານ; ເພີ່ມທະວີການເຜີຍແຜ່ໃຫ້ແກ່ປະຊາຊົນ; ຮັບປະກັນການຜ່ອນຜັນການແຍກຫ່າງໃຫ້ປອດໄພເທື່ອລະກ້າວ, ດ້ວຍເປົ້າໝາຍແມ່ນຕ້ອງຄວບຄຸມໂລກລະບາດໃຫ້ໄດ້; ທຳການຜະລິດຄືນໃໝ່ເພື່ອຟື້ນຟູເສດຖະກິດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top