ຂ່າວສານ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ

ທີ່ການຕ້ອນຮັບ (ພາບ: VGP)
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ໄດ້ສະເໜີໃຫ້ 2 ຝ່າຍ ສືບຕໍ່ຕັ້ງໜ້າສົມທົບກັນເພື່ອຮັບມືກັບໂລກລະບາດໂຄວິດ-19, ຊຸກຍູ້ການຮ່ວມມື 2 ຝ່າຍ ກໍ່ຄືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ທ່ານ ຟ້າມບີງມິງ ມີຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ Yamada Takio ຈະປະຕິບັດບົດບາດເປັນ “ຂົວຕໍ່” ໃຫ້ສຳເລັດເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ສ່ວນທ່ານເອກອັກຄະລັດຖະທູດ Yamada Takio ໄດ້ຢັ້ງຢືນວ່າ ລັດຖະບານ ຍີ່ປຸ່ນ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ມີຄວາມພ້ອມ, ສືບຕໍ່ຕັ້ງໜ້າໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ - ສັງຄົມ, ຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ໃນສະພາບການທີ່ ຫວຽດນາມ ພວມດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ທ່ານ Yamada Takio ເຊື່ອໝັ້ນວ່າ ການລົງທຶນຂອງ ຍີ່ປຸ່ນ ຢູ່ ຫວຽດນາມ ຈະສືບຕໍ່ເພີ່ມຂຶ້ນໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)