• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ

ຕອນເຊົ້າວັນທີ 4 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Robert O’Brien, ທູດພິເສດຂອງທ່ານປະທານາທິບໍດີ, ຫົວໜ້າຄະນະຜູ້ແທນ ອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ແລະ ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Robert O’Brien, ທູດພິເສດຂອງທ່ານປະທານາທິບໍດີ, ຫົວໜ້າຄະນະຜູ້ແທນ ອາເມລິກາ(ພາບ: TTXVN) 

ທີ່ການຕ້ອນຮັບ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາ, ພ້ອມທັງເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນປີ 2020 ໃຫ້ຫຼາຍກວ່າອີກ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະເໜີສອງຝ່າຍ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆໃນປີຈະມາເຖິງ, ສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ ໃຫ້ເຕີບໂຕບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ສ່ວນທ່ານ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Robert O’Brien ສະແດງຄວາມປາດຖະໜາຂອງປະທານາທິບໍດີ ອາເມລິກາ Donald Trump ແລະ ອໍານາດການປົກຄອງອາເມລິກາ ສືບຕໍ່ເພີ່ມທະວີສາຍພົວພັນກັບ ຫວຽດນາມ ແລະ ອາຊຽນ, ສະໜັບສະໜູນບົດບາດຂອງບັນດາປະເທດ ອາຊຽນ; ຢັ້ງຢືນການສະໜັບສະໜູນສິດເສລີໃນການເດີນເຮືອ, ການບິນ ແລະ ເຄົາລົບກົດໝາຍສາກົນ, ຕີລາຄາສູງຫຼັກໝັ້ນຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ ກໍຄືບັນດາບັນຫາຄວາມໝັ້ນຄົງ ແລະ ເສດຖະກິດໃນພາກພື້ນ. 

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top