• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ອວຍພອນວັນວິສາຂະບູຊາ ຄສ 2564

ຕອນເຊົ້າວັນທີ 03 ພຶດສະພາ, ທີ່ວັດ ມິງດ້າວ (ນະຄອນ ໂຮ່ຈີມິນ), ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ໄດ້ລົງຢ້ຽມຢາມ, ອວຍພອນພະມະຫາອາຈານ ທິກທ້ຽນເຍິນ, ປະທານສະພາບໍລິຫານສະມາຄົມພຸດທະສາສະໜາ ຫວຽດນາມ ເນື່ອງໃນໂອກາດວັນວິສາຂະບູຊາ ຄສ 2564.

 ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ອວຍພອນວັນວິສາຂະບູຊາ ຄສ 2564 (ພາບ: TTXVN)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ໄດ້ສະແດງຄວາມຂອບອົກຂອບໃຈ, ຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງພຸດທະສາສະໜາ ເຊິ່ງຍາມໃດກໍ່ຮ່ວມເດີນທາງກັບປະເທດຊາດ, ພິເສດແມ່ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄສິດ-19 ໃນໄລຍະຜ່ານມາ.

ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ເຄົາລົບສິດເສລີໃນການເຫລື້ອມໃສ, ສາສະໜາຂອງປະຊາຊົນ, ຮັບປະກັນບັນດາການເຄື່ອນໄຫວສາສະໜາຕາມກົດໝາຍ, ສ້າງເງື່ອນໄຂໃຫ້ແກ່ພໍ່ແມ່ປະຊາຊົນຖືສາສະໜາ ແລະ ຜູ້ມີຍົດຖາບັນດາສັກໃນນັ້ນມີພຸດທະສາສະໜາ ປະຕິບັດຖືສິນ ແລະ ເຮັດລ້ອນໜ້າທີ່ຂອງຕົນຕໍ່ກັບປະເທດຊາດ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຖື EU ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ - ອາ​ຊຽນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືສຳ​ຄັນ

ຫວຽດ​ນາມ ຖື EU ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ - ອາ​ຊຽນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືສຳ​ຄັນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງແທ້ຈິງ ແລະ ມີປະສິດທິຜົນຂອງສະພາດຳເນີນທຸລະກິດເອີລົບ - ອາຊຽນ ແລະ ສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ ເຂົ້າການພັດທະນາການພົວພັນ ຫວຽດນາມ - ສະຫະພາບ ເອີລົບ (EU) ແລະ ອາຊຽນ - EU.

Top