• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ: ຮັບປະກັນປະສິດທິຜົນບັນດາໂຄງການລົງທຶນພາກລັດ

      ຕອນເຊົ້າວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ ໄດ້ເປັນປະທານກອງປະຊຸມກວດກາແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ແຮງການປ່ອຍເງິນລົງທຶນພາກລັດປີ 2021.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ເປັນປະທານກອງປະຊຸມ
      ຕາມການລາຍງານຂອງກະຊວງການເງິນແລ້ວ, ໄລ່ຮອດວັນທີ 30 ພະຈິກ, ທົ່ວປະເທດປ່ອຍເງິນລົງທຶນເກືອບ 295.000 ຕື້ດົ່ງ (ເກືອບ 13 ຕື້ USD), ບັນລຸເກືອບ 64% ຕາມແຜນການລົງທຶນຂອງ ນາຍົກລັດຖະມົນຕີມອບໝາຍໃຫ້, ໃນນັ້ນ ທຶນພາຍໃນປະເທດບັນລຸກ່ວາ 69%, ທຶນຕ່າງປະເທດບັນລຸກ່ວາ 21% ລ້ວນແຕ່ຕ່ຳກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ກ່ຽວກັບສາຍເຫດການປ່ອຍເງິນລົງທຶນຊັກຊ້າ, ການນຳບັນດາກະຊວງ, ອົງການໄດ້ອະທິບາຍວ່າ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ແກ່ຍາວ ເຮັດໃຫ້ຫຼາຍໂຄງການຕ້ອງຢຸດຕິການກໍ່ສ້າງ. ບັນດາໂຄງການທີ່ມີເງິນລົງທຶນຈາກຕ່າງປະເທດ (ODA) ກໍ່ຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ - 19.
      ສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊີ້ແຈ້ງວ່າ ບັນດາກະຊວງ, ອົງການຕ້ອງປະຕິບັດຕາມຈິດໃຈການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ ຢ່າງເຂັ້ມງວດ, ດ້ວຍຄວາມຕັດສິນໃຈບັນລຸໄດ້ການປ່ອຍທຶນຢູ່ລະດັບສູງທີ່ສຸດໃນໄລຍະທີ່ຍັງເຫຼືອຂອງປີ 2021, ພ້ອມທັງຮັບປະກັນປະສິດທິຜົນຂອງບັນດາໂຄງການລົງທຶນພາກລັດ.
(ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top