• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຕ້ອນຮັບນັກຊ່ຽວຊານ, ນັກວິທະຍາສາດຂອງອົງການ AVSE Global

ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຕີລາຄາສູງໝາກຜົນການຄົ້ນຄວ້າຂອງບັນດານັກຊ່ຽວຊານ AVSE Global.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ບັນດານັກຊ່ຽວຊານ, ນັກວິທະຍາສາດ (ພາບ: VGP)

ຕອນບ່າຍວັນທີ 01 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບບັນດານັກຊ່ຽວຊານ, ນັກວິທະຍາສາດຂອງ ອົງການວິທະຍາສາດ ແລະ ຊ່ຽວຊານ ຫວຽດນາມ ທົ່ວໂລກ (AVSE Global).

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຕີລາຄາສູງໝາກຜົນການຄົ້ນຄວ້າຂອງບັນດານັກຊ່ຽວຊານ AVSE Global. ທ່ານປາດຖະໜາວ່າ, ຖັນແຖວນັກວິທະຍາສາດ, ນັກປັນຍາຊົນທົ່ວໂລກຈົ່ງສາມັກຄີ, ເສີມຂະຫຍາຍນ້ຳໃຈຂອງຊາດ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງ ຫວຽດນາມ ໃນສັງກາດບຸກບືນ ດ້ວຍບັນດາວຽກງານ, ໂຄງການລະອຽດ; ທ່ານສະເໜີໃຫ້ບັນດານັກຊ່ຽວຊານຂອງອົງການ AVSE Global ສົມທົບກັບສະພາໃຫ້ຄຳປຶກສານະໂຍບາຍ, ກະຊວງ, ຂະແໜງຂອງ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການແບ່ງປັນ, ແລກປ່ຽນຂໍ້ມູນ ແລະ ກຳນົດທິດການຄົ້ນຄວ້າ, ຜ່ານນັ້ນ, ກໍ່ຍົກອອກບັນດາຂໍ້ສະເໜີແນະດ້ານນະໂຍບາຍໃຫ້ຕິດແທດກັບສະພາບຕົວຈິງ, ມີຄວາມເປັນໄປໄດ້ສູງ, ພິເສດແມ່ນບັນດາມາດຕະການບຸກທະລຸໃນການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ; ພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ; ພັດທະນາເສດຖະກິດພາກເອກະຊົນ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ກ່​ວາ​ອີກການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ ຫວຽດ​ນາມ-ກູ​ບາ

ຍູ້​ແຮງ​ກ່​ວາ​ອີກການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ ຫວຽດ​ນາມ-ກູ​ບາ

ສະມາຄົມນັກຂ່າວ ຫວຽດນາມ ໃຫ້ຄຳໝັ້ນໝາຍຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ຮ່ວມມືບຳລຸງສ້າງ, ແບ່ງປັນບົດຮຽນປະສົບການກັບ ສະມາຄົມນັກຂ່າວ ກູບາ.

Top