• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ: ຕ້ານທຸກປະກົດການອັດຕະວິໄສໃນການຮັບມືກັບ ໄພພິບັດທໍາມະຊາດ

ວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ປະທານຄະນະກໍາມະການແຫ່ງຊາດ ກ່ຽວກັບການຮັບມືກັບໄພພິບັດທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານ ຮັບມືກັບໄພພິບັດທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ແຕ່ປີ 2017 ມາຮອດປັດຈຸບັນ, ຜັນຂະຫຍາຍໜ້າທີ່ 06 ເດືອນທ້າຍປີ 2018.


ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ທີ່ກອງປະຊຸມ ສະຫຼຸບວຽກງານ ຮັບມືກັບໄພພິບັດທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ແຕ່ປີ 2017 ມາຮອດປັດຈຸບັນ, ຜັນຂະຫຍາຍໜ້າທີ່ 06 ເດືອນທ້າຍປີ 2018

(ພາບ:Van Diep/ TTXVN)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ  ໄດ້ຕີລາຄາ ວ່າ, ປີ 2017 ແລະ ນັບແຕ່ຕົ້ນປີ 2018 ມາຮອດປັດຈຸບັນ ສະພາບດິນຟ້າອາກາດ, ໄພພິບັດທໍາມະຊາດ ສືບຕໍ່ຜັນແປຢ່າງສັບສົນ, ຮ້າຍແຮງ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍນໍ້າໃຈ ແລະ ການກະທໍາຢ່າງຂ້ຽວຂາດຂອງບັນດາກະຊວງ,ຂະແໜງການ, ທ້ອງຖິ່ນ;  ຕີລາຄາສູງບົດບາດຫຼັກແຫຼ່ງຂອງບັນດາກໍາລັງປະກອບອາວຸດໃນການແກ້ໄຂບັນດາກໍລະນີເກີດຂຶ້ນກະທັນຫັນ, ບັງເອີນ, ພ້ອມທັງ ເນັ້ນໜັກເຖິງ ບັນຫາສໍາຄັນ ກ່ອນອື່ນໝົດແມ່ນ ປົກປ້ອງຊີວິດອິນຊີຂອງປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ  ຍັງເນັ້ນໜັກຕື່ມອີີກວ່າ ວຽກງານລາຍງານ, ເຕືອນໄພອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຫຼາຍຢ່າງ ແຕ່ຍັງມີຂໍ້ຈໍາກັດຢູ່, ໂດຍສະເພາະແມ່ນການເຕືອນໄພນໍ້າແກ່ງນໍ້າປ່າໄຫຼຊຸ, ນໍ້າຖ້ວມ, ດິນເຊາະເຈື່ອນ ... ເພາະສະນັ້ນ, ຕ້ອງດໍາເນີນການສ້າງແຜນທີ່ຂີດເສັ້ນ ກ່ຽວກັບເຂດທີ່ມີຄວາມສ່ຽງຖືກ ນໍ້າແກ່ງນໍ້າປ່າໄຫຼຊຸ ເພື່ອຂຶ້ນແຜນຍົກຍ້າຍ, ຈັດສັນບ່ອນຢູ່ໃໝ່ໃຫ້ແກ່ພໍ່ແມ່ປະຊາຊົນ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top