• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມລົງກວດກາການເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ນະຄອນ ທູດຶກ, ນະຄອນ ໂຮ່ຈີມິນ

      ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກເຖິງເປົ້າໝາຍຂອງລັດຖະບານ ກໍຄືບັນດາວິສາຫະກິດຕ້ອງຊຸກຍູ້ການຜະລິດໃຫ້ປອດໄພ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ລົງກວດກາສະພາບການຜະລິດດຳເນີນທຸລະກິດຢູ່ເຂດອຸດສາຫະກຳ ລິງຈູງ 1
(ພາບ: TTXVN)
      ຕອນເຊົ້າວັນທີ 01 ຕຸລາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໄດ້ລົງກວດກາສະພາບການຜະລິດດຳເນີນທຸລະກິດຢູ່ເຂດອຸດສາຫະກຳ ລິງຈູງ 1, ນະຄອນ ທູດຶກ (ຂຶ້ນກັບນະຄອນໂຮ່ຈີມິນ) ໃນມື້ທຳອິດທີ່ປະຕິບັດການຜ່ອນຜັນການແຍກຫ່າງສັງຄົມ ແລະ ເຮັດວຽກກັບຄະນະພັກນະຄອນ ທູດຶກ.
        ຢູ່ເຂດອຸດສາຫະກຳ ລິງຈູງ 1, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກເຖິງເປົ້າໝາຍຂອງລັດຖະບານ ກໍຄືບັນດາວິສາຫະກິດຕ້ອງຊຸກຍູ້ການຜະລິດໃຫ້ປອດໄພ; ກຳມະກອນປາດຖະໜາຢາກໄປເຮັດວຽກເພື່ອມີລາຍຮັບ ແລະ ການອອກແຮງງານຈຶ່ງສ້າງໃຫ້ເຂົາເຈົ້າມີຈິດໃຈສະຫວາດສະເຫວີຍ ແລະ ຍ້ອນເຫດນັ້ນ ລັດຖະບານໄດ້ມອບສິດເປັນເຈົ້າການຮັບປະກັນຄວາມປອດໄພໃຫ້ບັນດາວິສາຫະກິດ.
        ເມື່ອເຮັດວຽກກັບຄະນະພັກນະຄອນ ທູດຶກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເຕືອນວ່າ, ອຳນາດການປົກຄອງຄວນສືບຕໍ່ຂົນຂວາຍປະຊາຊົນປະຕິບັດຕາມ 5 ຂໍ້, ບໍ່ໃຫ້ເຄື່ອນຍ້າຍຈາກນະຄອນໄປຫາແຂວງຕ່າງໆຢ່າງເສລີ. ນອກນັ້ນ, ຄວນເພີ່ມທະວີການຕິດຕາມການແພດຊຸມຊົນ, ກະກຽມຢຸກຢາ, ກຳແໜ້ນໄດ້ສະພາບຂອງແຕ່ລະຄອບຄົວ; ສ້າງກົນໄກສົມທົບກັບບັນດາກຳລັງຄືການແພດເອກະຊົນ ເພື່ອໃຫ້ປະຊາຊົນໄດ້ສຳຜັດດ້ານສາທາລະນະສຸກໄວ ແລະ ມີປະສິດທິຜົນທີ່ສຸດ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top