• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ຕ້ອນຮັບເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ສະເໜີໃຫ້ 2 ນະຄອນຫຼວງຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ໝາກຜົນກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຢູ່ 2 ທ້ອງຖິ່ນ
  ທີ່ການຕ້ອນຮັບ (ພາບ: VGP)  

ຍາມ​ໃດ​ ຫວຽດ​ນາມ ກໍ່​ສະ​ຫງວນບຸລິມະສິດ​ສູງ​ສຸດ​ໃຫ້​ແກ່​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ ທ່ານ ຟ້າມ​ຢາ​ຕ​ຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ນະ​ຄອນ​ຫຼວງ ວຽງ​ຈັນ, ໂດຍ​ທ່ານ ອາດ​ສະ​ພັງ​ທອງ ສ​ີ​ພັນ​ດ​ອນ, ເລ​ຂາ​ຄະ​ນະ​ພັກ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ​ຫຼວງ ວຽງ​ຈັນ ເປັນ​ຫົວ​ໜ້າ​ຄະ​ນະ ໃນ​ຕອນ​ບ່າຍ​ວັນ​ທີ 12 ພຶດ​ສະ​ພາ, ຢູ່ ຮ່າ​ໂນ​້ຍ.

ທີ່​ການ​ຕ້ອນ​ຮັບ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຟ້າມ​ຢາ​ຕຸກ ສະ​ເໜີ​ໃຫ້ 2 ນະ​ຄອນ​ຫຼວງ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ, ໝາກ​ຜົນ​ກອງ​ປະ​ຊຸ​ມ​ຄັ້ງ​ທີ 48 ຄະ​ນະ​ກຳ​ມະ​ການຮ່ວມ​ມື​ທະ​ວີ​ພາ​ຄີ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ຢູ່ 2 ທ້ອງ​ຖິ່ນ; ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍບົດບັນທຶກ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ລະ​ຫວ່າງ ຮ່າ​ໂນ້ຍ ແລະ ນະ​ຄອນ​ຫຼວງ ວຽງ​ຈັນ ໄລ​ຍະ 2026 – 2030 ໃຫ້ເປັນຢ່າງດີ; ສືບ​ຕໍ່​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ອ​ຽດ, ສອດ​ຄ່ອງ​ກັບ​ທ່າ​ໄດ້​ປຽບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ 2 ຝ່າຍ. ພ້ອມ​ກັນ​ນັ້ນ, ທ່ານ​ກໍ່ສະ​ເໜີ​ໃຫ້​ນະ​ຄອນ​ຫຼວງ ວຽງ​ຈັນ ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ສຳ​ຄັນ, ຄື: ໂຄງ​ການ​ສວນ​ສາ​ທາ​ລະ​ນະ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ; ມະ​ຫາ​ວິ​ທະ​ຍາ​ໄລ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ…

ສ່ວນ​ທ່ານ ອາດ​ສະ​ພັງ​ທອງ ສ​ີ​ພັນ​ດ​ອນ, ເລ​ຂາ​ຄະ​ນະ​ພັກ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ​ຫຼວງ ວຽງ​ຈັນ ປາດ​ຖະ​ໜາ​ວ່າ ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ນະ​ຄອນ​ຫຼວງ ຈະ​ບັນ​ລຸ​ໝາກ​ຜົນ​ສູງ​ສຸດ, ພິ​ເສດ​ແມ່ນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ຊຸກ​ຍູ້​ວິ​ສາ​ຫະ​ກິດ ຮ່າ​ໂນ້ຍ ​ລົງ​ທຶນ​ຢູ່ນະ​ຄອນ​ຫຼວງ ວຽງ​ຈັນ​ ໃຫ້​ຫຼາຍກວ່າ…

(ແຫຼ່ງຄັດຈາກ VOV)

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ໂຄງ​ການ​ສຸມ​ໃສ່​ກະ​ກຽມ​ຄວາມ​ຮູ້, ທັກ​ສະ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ອາດ​ສາ​ມາດ​ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ກ່ອນ​ເວ​ລາ​ກຳ​ລັງ​ການ​ແພດ​ສະ​ເພາະ​ກິດ​ເຂົ້າ​ເຖິງ​ສະ​ຖານ​ທີ່​ເກີດ​ເຫດ.

Top