• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດຖະມົນຕີການຕ່າງປະເທດ ຈີນ ປະຕິເສດບັນດາຄຳຕຳຫນິຕິຕຽນຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ

      ນະໂຍບາຍສຳຜັດ ຈີນ ຂອງບັນດາລັດຖະບານ ອາເມລິກາ ຖືກປະລາໄຊ” ແມ່ນການປະຕິເສດໝາກຜົນຂອງການພົວພັນລະຫວ່າງ ຈີນ - ອາເມລິກາ ໃນໄລຍະກ່ວາ 40 ປີຜ່ານມາ.
            ໃນບົດຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຊິນຮວາ ໃນວັນທີ 05 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ຢືນຢັນວ່າ: ເລື່ອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຖືວ່າ: “ນະໂຍບາຍສຳຜັດ ຈີນ ຂອງບັນດາລັດຖະບານ ອາເມລິກາ ຖືກປະລາໄຊ” ແມ່ນການປະຕິເສດໝາກຜົນຂອງການພົວພັນລະຫວ່າງ ຈີນ - ອາເມລິກາ ໃນໄລຍະກ່ວາ 40 ປີຜ່ານມາ.

ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: ສຳນັກຂ່າວສານ ຊິນຮວາ)
      ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນການຂາດຄວາມເຂົ້າໃຈສຳລັບວິວັດການພັດທະນາຂອງປະຫວັດສາດເທົ່ານັ້ນ ຫາກຍັງແມ່ນການບໍ່ເຄົາລົບສຳລັນສຳບັບປະຊາຊົນ 2 ປະເທດອີກດ້ວຍ. ທ່ານ ຫວາງອີ ຖືວ່າ: ປະຈຸບັນ, ຈີນ ແລະ ອາເມລິກາ ຍັງມີຈຸດແຕກຕ່າງກັນຫລາຍຢ່າງ, ເຖິງຢ່າງໃດກໍ່ຕາມ ຈຸດແຕກຕ່າງກັນໃນອະດີດ, ປະຈຸບັນ ແລະ ອະນາຄົດ ຈະບໍ່ສົ່ງຜົນສະທ້ອນຕໍ່ເລື່ອງ 2 ປະເທດຢູ່ຮ່ວມກັນໃນສັນຕິພາບ, ຮ່ວມມື ແລະ ພ້ອມກັນໄດ້ຮັບໄຊຊະນະ.
        ແລະກໍ່ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຊິນຮ່ວາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກໍ່ໄດ້ຍົກອອກຂໍ້ສະເໜີ 4 ຢ່າງ ເພື່ອແນໃສ່ສ້າງກອບການພົວພັນລະຫວ່າງ ຈີນ ແລະ ອາເມລິກາ.    
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top