• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ພົບປະສອງຝ່າຍຢູ່ນອກກອງປະຊຸມ ADMM ຢູ່ ໄທ

      ວັນທີ 10 ກໍລະກົດ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດຂອງ ບັນດາປະເທດ ອາຊຽນ ຄັ້ງທີ 13 (ADMM - 13) ຢູ່ ບາງກອກ, ປະເທດໄທ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມີບັນດາການພົບປະສອງຝ່າຍກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນເອກ ປຣາວິດ ວົງສູວັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປ້ອງກັນປະເທດ ໄທ .
      ທີ່ການພົບປະກັບທ່ານພົນເອກ ປຣາວິດ ວົງສູວັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປ້ອງກັນປະເທດ ໄທ, ທ່ານ ໂງຊວັນລິກ ໄດ້ຢັ້ງຢືນວ່າ ຫວຽດນາມ ຈະສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ໄທ ໃນປີເປັນປະທານ ອາຊຽນ 2020. ກ່ຽວກັບທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ, ລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບວ່າ ຄຽງຄູ່ກັບເລື່ອງສືບຕໍ່ຜັນຂະຫຍາຍບັນກາກົນໄກຮ່ວມມືທີ່ພວມມີຢູ່ແລ້ວໃຫ້ມີປະສິດທິຜົນ, ສອງຝ່າຍຈະເພີ່ມທະວີ ຊຸກຍູ້ການຮ່ວມ ມືໃນບາງເນື້ອໃນຕ່າງໆ. ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນ, ຮ່ວມມື, ເພີ່ມທະວີການທາບທາມຄຳເຫັນ, ສະໜັບສະໜູນເຊິ່ງກັນແລະກັນໃນບັນດາກົນໄກຮ່ວມມືຫຼາຍຝ່າຍກ່ຽວກັບການປ້ອງກັນປະເທດຊຶ່ງສອງຝ່າຍແມ່ນສະມາຊິກ.
        ທີ່ການພົບປະລະຫວ່າງ ທ່ານພົນເອກ ໂງຊວັນລິກ ແລະ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ລັດຖະມົນຕີສອງທ່ານຢັ້ງຢືນວ່າ ການຮ່ວມມືປ້ອງກັນປະເທດລະຫວ່າງ ຫວຽດນາມ - ລາວ ຍາມໃດກໍ່ໄດ້ກຳນົດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ. ປີ 2019 ແມ່ນປີທີ່ມີຄວາມໝາຍສຳຄັນທີ່ສຸດຍ້ອນວ່າສອງຝ່າຍຈະສະຫຼຸບ ການປະຕິບັດອະນຸສັນຍາ 5 ປີ ໄລຍະ 2015 -2019 ແລະ ສ້າງ  ອະນຸສັນຍາໃໝ່ ໃຫ້ແກ່ໄລຍະ 5 ປີຕໍ່ໄປ (2020 -2024). ເພາະສະນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນກວດກາຄືນ, ສະຫຼຸບ, ຕີລາຄາໝາກຜົນຂອງການຜັນຂະຫຍາຍການຮ່ວມມືໃນໄລຍະທີ່ຜ່ານມາ, ຍົກອອກບັນດາສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດຢ່າງກົງໄປກົງມາ ເພື່ອແກ້ໄຂ, ເພື່ອໃຫ້ການພົວພັນປ້ອງກັນປະເທດ, ແມ່ນເສົາຄ້ຳຂອງການພົວພັນລະຫວ່າງສອງປະເທດຢ່າງມີປະສິດທິຜົນ ແລະ ແທດຈິງ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top