• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານພົນໂທ ຫງວຽນຈີ໊ວິ້ງ ຕ້ອນຮັບທູດທະຫານລາຊະອານາຈັກ ອັງກິດ

ທ່ານພົນໂທ ຫງວຽນຈີ໊ວິ້ງ ສະເໜີໃຫ້ສອງຝ່າຍ ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ໂດຍສະເພາະແມ່ນບັນດາຄະນະຜູ້ແທນຂັ້ນສູງ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ມອບຂອງຂວັນແກ່ທ່ານພັນເອກ  David Houghton, ທູດທະຫານ ລາຊະອານາຈັກອັງກິດ (ພາບ: TTXVN)

ຕອນບ່າຍວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ  David Houghton, ທູດທະຫານ ລາຊະອານາຈັກອັງກິດ, ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ ແລະ ທ່ານ ພັນເອກ Beatrix V.H Walcot ຜູ້ທີ່ຫາກໍມາຮັບດໍາລົງຕໍາແໜ່ງເປັນທູດທະຫານ ແຫ່ງ ລາຊະອານາຈັກ ອັງກິດ ປະຈໍາ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ສະແດງຄວາມຂອບອົກຂອບໃຈ ກະຊວງປ້ອງກັນປະເທດ ອັງກິດ ທີ່ໄດ້ໃຫ້ການໜູນຊ່ວຍຫວຽດນາມ ໃນການຜັນຂະຫຍາຍໂຮງໝໍເຄື່ອນທີ່ ລະດັບ 2 ຢູ່ ຊູດັງໃຕ້ ແລະ ໃຫ້ການໜູນຊ່ວຍຫວຽດນາມ ໃນຂົງເຂດບໍາລຸງສ້າງ, ໂດຍສະເພາະແມ່ນ ບໍາລຸງສ້າງພາສາອັງກິດໃຫ້ແກ່ບັນດາກໍາລັງເຂົ້າຮ່ວມການປົກປັກຮັກສາສັນຕິພາບ ສປຊ. ເພື່ອສືບຕໍ່ເພີ່ມທະວີການພົວພັນດ້ານປ້ອງກັນຊາດລະຫວ່າງສອງຝ່າຍໃຫ້ກາຍເປັນເສົາຫຼັກໃນການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ອັງກິດ, ທ່ານພົນໂທ ຫງວຽນຈີ໊ວິ້ງ ສະເໜີໃຫ້ສອງຝ່າຍ ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ໂດຍສະເພາະແມ່ນບັນດາຄະນະຜູ້ແທນຂັ້ນສູງ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນບ່າຍວັນທີ 17 ມີນາ, ຢູ່ New Delhi, ໃນຂອບເຂດການຢ້ຽມຢາມອິນເດຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍໄດ້ພົບປະກັບທ່ານປະທານສະພາຕ່ຳ ອິນເດຍ Om Birla.

Top