
ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN)
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ, ຕອນເຊົ້າວັນທີ 16 ພະຈິກ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມເຂົ້າຮ່ວມກອງປະຊຸມວົງແຄບ (ADMM) ແລະ ກອງປະຊຸມ ເປີດກ້ວາງ (ADDM+) ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ຄັ້ງທີ 6 ເຊິ່ງໄດ້ດຳເນີນຢູ່ ບາງກອກ, ປະເທດໄທໃນລະຫວ່າງວັນທີ 16 – 19 ພະຈິກ.
ເລື່ອງເຂົ້າຮ່ວມບັນດາກອງປະຊຸມຂອງຄະນະຜູ້ແທນການທະຫານຂັ້ນສູງ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ບັນດາຂົງເຂດຮ່ວມມືໃນຂອບເຂດ ADMM ແລະ ADMM+, ສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງ ຫວຽດນາມໃນຂອບເຂດການຮ່ວມມືດ້ານປ້ອງກັນປະເທດ ອາຊຽນ, ພ້ອມທັງຢັ້ງຢືນເຖິງບົດບາດ, ທີ່ຕັ້ງ ຂອງ ຫວຽດນາມ ສຳລັບພາກພື້ນ ແລະ ໂລກຜ່ານບັນດາການເຄື່ອນໄຫວຢູ່ເວທີປາໄສຫຼາຍຝ່າຍກໍ່ຄືຊຸກຍູ້ຄວາມມານະພະຍາຍາມລວມເພື່ອແນໃສ່ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ.ສິ່ງທີ່ໜ້າສົນໃຈແມ່ນ, ຫວຽດນາມຈະຮັບຕຳແໜ່ງປະທານ ADMM ແລະ ADMM+ ຈາກປະເທດໄທ ຫຼັງຈາກກອງປະຊຸມ ADMM+ ຄັ້ງທີ 6 ສິ້ນສຸດລົງ.
(ແຫຼ່ງຄັດຈາກ VOV)