• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານພົນເອກ ຟານວັນຢາງ ພົບ​ປະ​ກັບ​ຮອງ​ປະ​ທານຄະນະພັກການທະຫານສູນກາງ ຈີນ

ສອງຝ່າຍເຫັນດີເປັນເອກະພາບ ໃນໄລຍະຈະມາເຖິງຈະສືບຕໍ່ຮັກສາ, ເພີ່ມທະວີ ແລະ ພັດທະນາບັນດາເນື້ອໃນຮ່ວມມືທີ່ໄດ້ເປັນເອກະພາບ.
ທ່ານພົນເອກ ຟານວັນຢາງ ພົບ​ປະ​ກັບ​ຮອງ​ປະ​ທານຄະນະພັກການທະຫານສູນກາງ ຈີນ. (ພາບ: VOV)

ວັນທີ 13 ກັນຍາ, ຢູ່ນະຄອນຫຼວງ ປັກກິງ, ປະເທດຈີນ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະກັບທ່ານ ຈາງຢຽວເຊຍ ຮອງປະທານຄະນະພັກການທະຫານສູນກາງ ຈີນ ເນື່ອງໃນໂອກາດມາເຂົ້າຮ່ວມ ເວທີປາໄສ ຊ່ຽງຊ່ານ ປັກກິງ ຄັ້ງທີ 11 ຈັດຂຶ້ນຢູ່ ປັກກິງ. ນະທີ່ນີ້, , ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຍາມໃດຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ກຽມພ້ອມກັບຝ່າຍ ຈີນ ຫັນເປັນລະອຽດ ຄວາມຮັບຮູ້ສຳຄັນໂດຍການນຳສອງພັກ, ສອງລັດໄດ້ເຫັນດີເປັນເອກະສັນ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ແທດຈິງກ່ວາ.

ສອງຝ່າຍເຫັນດີເປັນເອກະພາບ ໃນໄລຍະຈະມາເຖິງຈະສືບຕໍ່ຮັກສາ, ເພີ່ມທະວີ ແລະ ພັດທະນາບັນດາເນື້ອໃນຮ່ວມມືທີ່ໄດ້ເປັນເອກະພາບ, ຜ່ານນັ້ນ ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

(ແຫຼ່ງຄັດຈາກ VOV)

ASEAN Cup 2026: ຫວຽດນາມ ປ້ອງກັນແຊັມໄດ້ຢ່າງສໍາເລັດຜົນ

ASEAN Cup 2026: ຫວຽດນາມ ປ້ອງກັນແຊັມໄດ້ຢ່າງສໍາເລັດຜົນ

ຄ່ຳຄືນວັນທີ 26 ສິງຫາ 2026, ທີມຊາດ ຫວຽດນາມ (ເສື້ອແດງ) ໄດ້ສະເໝີກັບ ທີມຊາດ ໄທ (ເສື້ອສີຟ້າ) ດ້ວຍຜົນຄະແນນ 2 – 2 ໃນການແຂ່ງຂັນຮອບຊີງຊະນະເລີດ ນັດທີສອງ ASEAN Cup 2026 ທີ່ຈັດຂຶ້ນຢູ່ ສະໜາມກິລາແຫ່ງຊາດ ໝີດິ່ງ (ຮ່າໂນ້ຍ). ລວມຜົນການແຂ່ງຂັນ 2 ນັດ, ທີມຊາດຫວຽດນາມ ໄດ້ຊະນະດ້ວຍຜົນໄລ່ລວມ 4 – 2, ປ້ອງກັນແຊັມ ASEAN Cup ໄດ້ຢ່າງສໍາເລັດຜົນ.

Top