• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ


ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມສະຖານທູດ 
ຫວຽດນາມ ປະຈຳ ສ:ເກົາຫຼີ
(ພາບ: daidoanket)

      ພາຍຫລັງ​ເຮັດ​ວຽກ​ເປັນ​ເວລາ 3 ວັນ, ການ​ຢ້ຽມຢາມ​ມິດຕະພາບ ສ.​ເກົາຫຼີ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ​ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນຳ​ໜ້າ ​ໄດ້​ສິ້ນ​ສຸດ​ໃນ​ຕອນ​ບ່າຍ​ວັນທີ 19/08. ​ໃນ​ຂອບ​ເຂກ​ການ​ຢ້ຽມຢາມ, ວັນ​ທີ 19/08, ທ່ານ​ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ມີ​ການ​ພົບ​ປະ​ສັງ​ສັນ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມຊາວ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ, ຮ່​ຳຮຽນ ​ແລະ ອອກ​ແຮງ​ງານຢູ່ ສ.​ເກົາຫຼີ, ຢ້ຽມຢາມ​ເຂດ​ເສດຖະກິດ​ເສລີ Incheon ​ແລະ ສູນບັນຊາ​ນະຄອນສະຫລາດ​ຢູ່ Incheon, ​ເປັນ​ປະທານ​ກອງ​ປະຊຸມ​ສຳ​ມະ​ນາ “ຜົນງານ​​ຂອງ ຫວຽດນາມ ພາຍຫລັງ 30 ປີແຫ່ງການປ່ຽນໃໝ່”.
        ກ່ອນ​ໜ​້ານັ້ນ, ຕອນ​ບ່າຍ​ວັນ​ທີ 18/08, ທ່ານ​ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ Hwang Kyo-Ahn ຕາມ​ພິທີການ​ທູດ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top