• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ ຮຽກຮ້ອງໃຫ້ການນໍາ ສປປ.ເກົາຫຼີ ຍາດແຍ່ງກາລະໂອກາດ

      ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ການນໍາ ສປປ.ເກົາຫຼີ Kim Jong-un ຈົ່ງຍາດແຍ່ງກາລະໂອກາດ       ຫັນປ່ຽນ ສປປ.ເກົາຫຼີ ໂດຍຜ່ານການປອດນິວເຄຼຍ, ພ້ອມທັງກ່າວເຕືອນວ່າ ອາວຸດ ນິວເຄຼຍ ພຽງແຕ່ນໍາມາເຊິ່ງ “ສິ່ງທີ່ຊົ່ວຮ້າຍ” ເທົ່ານັ້ນ.
      ວັນທີ 27 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ການນໍາ ສປປ.ເກົາຫຼີ Kim Jong-un ຈົ່ງຍາດແຍ່ງກາລະໂອກາດ ຫັນປ່ຽນ ສປປ.ເກົາຫຼີ ໂດຍຜ່ານການປອດນິວເຄຼຍ, ພ້ອມທັງກ່າວເຕືອນວ່າ ອາວຸດ ນິວເຄຼຍ ພຽງແຕ່ນໍາມາເຊິ່ງ “ສິ່ງທີ່ຊົ່ວຮ້າຍ” ເທົ່ານັ້ນ.


ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ:TTXVN) 
      ກ່າວຄໍາເຫັນໃນການຖະແຫຼງຂ່າວຮ່ວມ ກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພາຍຫຼັງການພົບປະສຸດຍອດ ຢູ່ ຍີ່່ປຸ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຍັງຫວັງວ່າ ການນໍາ ສປປ.ເກົາຫຼີ ຈະຍາດແຍ່ງກາລະໂອກາດ ເພື່ອຫັນປ່ຽນປະເທດຂອງທ່ານ ໂດຍຜ່ານການປອດນິວເຄຼຍ. ນີ້ແມ່ນປະເທດທີ່ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງກ່ຽວກັບດ້ານເສດຖະກິດ ແລະ ໃນຫຼາຍຂົງເຂດອື່ນໆ. ໃນຄໍາຮຽກຮ້ອງດັ່ງກ່າວ ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການເຕີບໂຕດ້ານເສດຖະກິດ ກໍຄື ບັນດາທ່າໄດ້ປຽບ ກ່ຽວກັບປະຊາກອນ ຂອງ ສປປ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top