• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ລັດເຊຍ ແລະ ອີຣານ ແລກປ່ຽນກ່ຽວກັບສະພາບການຢູ່ ຕາເວັນອອກກາງ

ທ່ານ Masoud Pezeshkian ກໍ່ຂອບໃຈ ລັດເຊຍ ກ່ຽວກັບການໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ອີຣານ.
  ທ່ານ Vladimir Putin, ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທ່ານ Masoud Pezeshkian, ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ (ພາບ​ປະ​ກອບ: REUTERS/Evgenia Novozhenina)  

ວັນ​ທີ 12 ເມ​ສາ, ທ່ານ Vladimir Putin, ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທ່ານ Masoud Pezeshkian, ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ ແລະ ເນ​ັ້​ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ ຊຸກ​ຍູ້​ມາດ​ຕະ​ການ​ດ້ານ​ການ​ເມືອງ - ການ​ທູດ ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ. 2 ຝ່າຍ​ຢືນ​ຢັນ​ຄືນ​ໃໝ່​ຄວາມ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ 2 ຝ່າຍ ລັດ​ເຊຍ - ອີ​ຣານ ຫຼາຍກວ່າ.

ວັງ Kremlin ໃຫ້​ຮູ້​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ໄດ້​ແບ່ງ​ປັນ​ການ​ຕີ​ລາ​ຄາ​ຈຳ​ນວນ​ໜຶ່ງ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ລະ​ຫວ່າງ ອີ​ຣານ - ອາ​ເມ​ລິ​ກາ ໃນ​ວັນ​ທີ 11 ເມ​ສາ ຢູ່ ປາ​ກິດ​ສະ​ຖານ; ພ້ອມ​ກັນ​ນັ້ນ ກໍ່​ຮັບ​ຮູ້​ຫຼັກ​ໝັ້ນ​ຂອງ ລັດ​ເຊຍ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ​ໃນ​ການ​ຊຸກ​ຍູ້​ການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ. ທ່ານ Masoud Pezeshkian ກໍ່​ຂອບ​ໃຈ ລັດ​ເຊຍ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ ອີ​ຣານ.

ກ່​ຽວ​ກັບ​ຝ່າຍ ລັດ​ເຊຍ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຢືນ​ຢັນ​ວ່າ ປະ​ເທດນີ້​ພ້ອມ​ແລ້ວ​ທີ່​ຈະ​ມ​າ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ມາດ​ຕະ​ການ​ດ້ານ​ການ​ເມືອງ - ການ​ທູດ, ມຸ​່ງ​ໄປ​ເຖິງ​ພື້​ນ​ຖານ​ສັນ​ຕິ​ພາບ​ຢ່າງ​ຍຸ​ຕິ​ທຳ ແລະ ຍືນ​ຍົງຢູ່​ຕາ​ເວັນ​ອອກ​ກາງ.

(ແຫ່ງຄັດຈາກ VOV)

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ

Top