• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີອາເມລິກາ Donald Trump ປະກາດການແນະນຳເປີດປະຕູພື້ນຖານເສດຖະກິດຄືນໃໝ່

      ບັນດານັກຊ່ຽວຊານໄດ້ເປັນເອກະພາບກັນວ່າ ພວກເຮົາສາມາດເລີ່ມຕົ້ນປະຕິບັດແນວຮົບໃໝ່ນັ້ນແມ່ນເປີດປະຕູປະເທດອາເມລິກາ ຄືນໃໝ່.

(ພາບປະກອບ: Reuters)
      ວັນທີ 16 ເມສາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດການແນະນຳເປີດປະຕູພື້ນຖານເສດຖະກິດຄືນໃໝ່ ດ້ວຍຊື່ເອື້ນທີ່ວ່າ “ເປີດປະຕູປະເທດອາເມລິກາ ຄືນໃໝ່” ໃນກອງປະຊຸມຂອງກຸ່ມສະເພາະກິດຕ້ານໂຄວິດ- 19 ຂອງນຳທຽບຂາວ, ຜ່ານນັ້ນ, ວິວັດທະນາການນີ້ຈະໄດ້ປະຕິບັດເປັນ 3 ໄລຍະ. ທ່ານປະທານາທິບໍດີ D.Trump ໃຫ້ຮູ້ວ່າ.
        “ໂດຍອີງໃສ່ບັນດາຂໍ້ມູນຂ່າວຫວ່າງມໍ່ໆມານີ້, ບັນດານັກຊ່ຽວຊານໄດ້ເປັນເອກະພາບກັນວ່າ ພວກເຮົາສາມາດເລີ່ມຕົ້ນປະຕິບັດແນວຮົບໃໝ່ນັ້ນແມ່ນເປີດປະຕູປະເທດອາເມລິກາ ຄືນໃໝ່. ຂ້າພະເຂົ້າເຄີຍເຕື້ອງເຖິງວ່າ, ການປິດລ້ອມທົ່ວປະເທດບໍ່ແມ່ນມາດຕະການຍາວນານ ແລະ ໝັ້ນຄົງ. ສະນັ້ນ, ອຳນາດການປົກຄອງຂອງພວກຂ້າພະເຈົ້າໄດ້ປະກາດໃຊ້ບັນດາຄຳແນະນຳສະຫະລັດສະບັບໃໝ່ ເຊິ່ງອະນຸຍາດໃຫ້ບັນດາຜູ້ວ່າການລັດໄດ້ມີການສຳຜັດຢ່າງລະມັດລະວັງ ແລະ ຕາມແຕ່ລະໄລຍະກ່ຽວກັບການເປີດປະຕູລັດຂອງຕົນຄືນໃໝ່. ນີ້ແມ່ນວິວັດທະນາການຄ່ອຍໆເລີ່ນຕົ້ນ ແລະ ເມື່ອຈຳນວນຜູ້ຕິດເຊື້ອຫຼຸດລົງນັ້ນ, ບັນດາການກຳນົດມາດຕະການຕ່າງໆຈະໄດ້ຜ່ອນຄາຍລົງ ແລະ ຈະຖືກຍົກເລີກ”.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top