• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. 
ທີ່ການພົບປະເຈລະຈາ. (ພາບ: TTXVN)

ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີວ່າ, ໃນໄລຍະຈະມາເຖິງ ສະພາແຫ່ງຊາດ 2 ປະເທດຈົ່ງຍູ້ແຮງການແລກປ່ຽນບັນດາການຢ້ຽມຢາມ, ພົບປະລະຫວ່າງການນຳສະພາແຫ່ງຊາດ ແລະ ລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ 2 ປະເທດ, ບັນດາກຸ່ມສະມາຊິກລັດຖະສະພາ, ກຸ່ມສະມາຊິກສະແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ… 2 ຝ່າຍເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ຕິດຕາມກວດກາການປະຕິບັດບັນດາສັນຍານ, ຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງ 2 ລັດຖະບານ, 2 ປະເທດຢ່າງແທດຈິງ; ສືບຕໍ່ສົມທົບກັນຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບວຽກງານວິຊາການສະເພາະລະຫວ່າງບັນດາອົງການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ 2 ປະເທດ, ໜູນຊ່ວຍເຊິ່ງກັນແລະກັນໃນການບຳລຸງສ້າງຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ກໍຄືບັນດາອົງການວິຊາສະເພາະ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສະເໜີໃຫ້ສະພາແຫ່ງຊາດຫວຽດນາມ ໜູນຊ່ວຍ, ຊ່ວຍເຫຼືອໃຫ້ສະພາແຫ່ງຊາດລາວ ດ້ານນິຕິບັນຍັດ, ຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ, ໂດຍສະເພາະໃນໄລຍະຈະມາເຖິງນີ້ ສະພາແຫ່ງຊາດລາວ ຈະພິຈາລະນາຮັບຮອງເອົາແຜນການພັດທະນາເສດຖະກິດ, ສັງຄົມໄລຍະ 5 ປີ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ເຊື່ອໝັ້ນວ່າ, ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ 15 ຈະສືບຕໍ່ນຳຫວຽດນາມ ໃຫ້ພັດທະນາໃນທຸກຂົງເຂດ; ທ່ານກໍ່ສະແດງຄວາມຂອບໃຈຕໍ່ໂຄງການຫໍສະພາແຫ່ງຊາດລາວ ທີ່ໄດ້ນຳເຂົ້າເຄື່ອນໄຫວທີ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດລາວ ຊຸດທີ 9 ຜ່າມມາ, ນີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ລຳຄ່າທີ່ສຸດຂອງຫວຽດນາມ, ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນລາວ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top