• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ ອຽນບາຍ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງພໍ່ແມ່ປະຊາຊົນບັນດາເຜົ່າ, ກຳມະກອນ, ຜູ້ອອກແຮງງານຂອງແຂວງ ອຽນບາຍ ຕ້ອນຮັບປີໃໝ່ດ້ວຍຄວາມອົບອຸ່ນ ແລະ ບັນລຸຜົນສຳເລັດ.
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ)

ຕອນບ່າຍວັນທີ 31 ມັງກອນ, ເນື່ອງໃນໂອກາດລະດູບານໃໝ່ປີມະໂລງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ ແລະ ກຳມະກອນໃນບໍລິເວນແຂວງ ອຽນບາຍ.

ທີ່ບັນດາການພົບປະ, ອວຍພອນປີໃໝ່, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງພໍ່ແມ່ປະຊາຊົນບັນດາເຜົ່າ, ກຳມະກອນ, ຜູ້ອອກແຮງງານຂອງແຂວງ ອຽນບາຍ ຕ້ອນຮັບປີໃໝ່ດ້ວຍຄວາມອົບອຸ່ນ ແລະ ບັນລຸຜົນສຳເລັດ. ທ່ານສະແດງຄວາມປະທັບໃຈເມື່ອການດຳລົງຊີວິດຢູ່ທີ່ນີ້ໄດ້ມີການປ່ຽນແປງ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈກໍ່ໄດ້ຍົກສູງຂຶ້ນ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ສະເໜີວ່າ:

“ພວກຂ້າພະເຈົ້າປາດຖະໜາວ່າ, ອຳນາດການປົກຄອງຈະສືບຕໍ່ປະຕິບັດວຽກງານໜູນຊ່ວຍສັງຄົມໃຫ້ເປັນຢ່າງດີ, ເອົາໃຈໃສ່ເຖິງຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ. ສືບຕໍ່ປະຕິບັດວຽກງານຫຼຸດຜ່ອນຄວາມອຶດຫິວ, ທຸກຍາກ ເພື່ອບໍ່ໃຫ້ປະຊາຊົນກັບໄປທຸກຍາກຄືນໃໝ່, ສ້າງເງື່ອນໄຂດີທີ່ສຸດໃຫ້ທຸກຄົນ, ທຸກຄອບຄົວຕ້ອນຮັບບຸນເຕັດປະເພນີຢ່າງອົບອຸ່ນ ແລະ ມີຄວາມປິຕິຊົມຊື່ນກວ່າ”.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top