• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມ ອັກຊັງຕິນ ຢ່າງເປັນທາງການ

ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ຢູ່ ສະໜາມບິນ, ຝ່າຍ ອັກຊັງຕິນ ມີທ່ານນາງ Cecilia Todesca, ຮອງລັດຖະມົນຕີການຕ່າງປະເທດ...
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ (ພາບປະກອບຈາກ VOV)

ຕອນບ່າຍວັນທີ 23 ເມສາ (ຕາມເວລາທ້ອງຖິ່ນ), ພາຍຫຼັງສິ້ນສຸດການຢ້ຽມຢາມ ກຸຍບາ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຮອດສະໜາມບິນສາກົນ Ministro Pistarini, ນະຄອນຫຼວງ Buenos Aires, ເລີ່ມຕົ້ນການຢ້ຽມຢາມ ອັກຊັງຕິນ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງ Cecilia Moreau, ປະທານສະພາຕ່ຳ ອັກຊັງຕິນ, ແຕ່ວັນທີ 23 – 26 ເມສາ.

ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ຢູ່ ສະໜາມບິນ, ຝ່າຍ ອັກຊັງຕິນ ມີທ່ານນາງ Cecilia Todesca, ຮອງລັດຖະມົນຕີການຕ່າງປະເທດ, ທ່ານນາງ Maria Rosa Martinez, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອັກຊິງຕິນ - ຫວຽດນາມ; ສ່ວຍຝ່າຍ ຫວຽດນາມ ມີທ່ານ ເຢືອງກວັກແທັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັກຊັງຕິນ.

ຄາດວ່າ, ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະມີການພົບປະ, ໂອ້ລົມເຈລະຈາ ສອງຝ່າຍກັບການນຳຂັ້ນສູງຂອງ ອັກຊັງຕິນ; ເຂົ້າຮ່ວມເວທີປາໄສວິສາຫະກິດ; ເຂົ້າຮ່ວມລາຍການເຄື່ອນໄຫວການເມືອງ ສະແດງສິລະປະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອັກຊັງຕິນ (25 ຕຸລາ 1973 – 25 ຕຸລາ 2023); ພົບປະ ແລະ ໂອ້ລົມກັບພະນັກງານສະຖານທູດ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັກຊັງຕິນ.

(ແຫຼ່ງຄັດຈາກ VOV)

ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ

ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ

ແລະກໍ່ໃນຕອນບ່າຍວັນດຽວກັນ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ

Top