• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

ທ່ານປະທານາທິບໍດີ Joko Widodo ໄດ້ຕີລາຄາສູງຄວາມໝາຍການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ (2013 – 2023).
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານາທິບໍດີ Joko Widodo

ໃນຂອບເຂດການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 7 ສິງຫາ, ທີ່ນະຄອນຫຼວງ ຈາກາຕາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo.       

ນະທີ່ນີ້, ທ່ານປະທານາທິບໍດີ Joko Widodo ໄດ້ຕີລາຄາສູງຄວາມໝາຍການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ (2013 – 2023), ຊ່ວຍສ້າງກຳລັງໜູນນຳການຮ່ວມມືສອງປະເທດໃຫ້ພັດທະນານັບມື້ເລິກເຊິ່ງ, ກ້ວາງຂວາງ, ແທດຈິງ. ທ່ານປະທານາທິບໍດີ Joko Widodo ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ອິນໂດເນເຊຍ - ຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຢູ່ພາກພື້ນອີກດ້ວຍ.    

ສ່ວນທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ ເປັນສຳຄັນ, ໃຫ້ຮູ້ວ່າ ສະພາແຫ່ງຊາດ ສອງປະເທດ ໄດ້ລົງນາມຂໍ້ຕົກລົງຮ່ວມມືເພື່ອຊຸກຍູ້ການພົວພັນລັດຖະສະພາກ່ວາອີກ ແລະ ຢາກຍົກລະດັບການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ທ່ານປະທານາທິບໍດີ ອິນໂດເນເຊຍ ເຫັນດີເປັນເອກະພາບກັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ກ່ຽວກັບການຮັກສາບັນດາລະບົບການສະໜອງທີ່ມີຢູ່ແລ້ວ, ການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍ ເພື່ອສ້າງລະບົບການສະໜອງໃໝ່ ທີ່ມີລັກສະນະຍຸດທະສາດ ແລະ ສອງຝ່າຍມີທ່າແຮງ, ເພີ່ມທະວີການຮ່ວມມືໃນຂົງເຂດທະເລ, ສິນໃນນ້ຳ ແລະ ບັນດາຂົງເຂດໃໝ່ຄືການຫັນປ່ຽນດີຈີຕອນ, ການຫັນປ່ຽນພະລັງງານແບບຍຸຕິທຳ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ກໍ່ໄດ້ສົ່ງຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວໍວັນເຖືອງ ທີ່ເຊີນ ທ່ານປະທານາທິບໍດີ ອິນໂດເນເຊຍ ໄປຢ້ຽມຢາມ ຫວຽດນາມ ໃນປີນີ້.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top