• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເປັນປະທານກອງປະຊຸມຄັ້ງທີ 3 ຄະນະກຳມະການລັດຖະສະພາ ຫວຽດນາມ - ລັດເຊຍ

ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ປຶກສາຫາລືບັນດາມາດຕະການແກ້ໄຂ ເພື່ອພັດທະນາການພົວພັນສັງລວມຂອງ 2 ປະເທດ.
(ທີ່ກອງປະຊຸມ)

ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ແຕ່ວັນທີ 08 – 10 ກັນຍາ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ຕອນບ່າຍວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ມົດສະກູ, ປະເທດ ລັດເຊຍ, ໄດ້ຈັດກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມືລັດຖະສະພາລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳສະຫະພັນ ລັດເຊຍ. ທ່ານປະທານະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ທ່ານປະທານສະພາຕ່ຳສະຫະພັນ ລັດເຊຍ Vyacheslav Victorovich Volodin ເປັນປະທານຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາຕ່ຳ ລັດເຊຍ Vyacheslav Victorovich Volodin ຊີ້ແຈ້ງວ່າ, ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ປຶກສາຫາລືບັນດາມາດຕະການແກ້ໄຂ ເພື່ອພັດທະນາການພົວພັນສັງລວມຂອງ 2 ປະເທດ. ກ່ຽວກັບເສດຖະກິດ, 2 ປະເທດ ສູ້ຊົນຮອດປີ 2030 ວົງເງິນການຄ້າບັນລຸ 15 ຕື້ USD. ສະນັ້ນ, ກອງປະຊຸມນີ້ພ້ອມກັບກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືລັດຖະສະພາທີ່ຈະຈັດຂຶ້ນຢູ່ ຫວຽດນາມ, ໄດ້ສຸມໃສ່ແກ້ໄຂຫຼາຍບັນຫາ, ຄື: ເພີ່ມທະວີວົງເງິນການຄ້າ, ການຮ່ວມມືດ້ານການເງິນ, ສາທາລະນະສຸກ, ກະສິກຳ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ການທ່ອງທ່ຽວ.

ສ່ວນທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ເນັ້ນໜັກວ່າ:

“ພ້ອມກັບບັນດາຂົງເຂດການຮ່ວມມືທີ່ເປັນມູນເຊື້ອແລ້ວນັ້ນ, 2 ຝ່າຍຈະແລກປ່ຽນ ແລະ ປຶກສາຫາລືໃນບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນໄລຍະຈະມາເຖິງ, ຄື: ການສົ່ງອອກຜະລິດຕະພັນກະເສດ, ການຂົນສົ່ງທາງອາກາດ, ເສດຖະກິດດີຈີຕອນ, ຊັບສິນທາງປັນຍາ, ປົກປ້ອງຂໍ້ມູນຜູ້ນຳໃຊ້, ເຕັກໂນໂລຊີຂໍ້ມູນຂ່າວສານ, ພະລັງງານສະອາດ, ນິວເຄຼຍເພື່ອຈຸດປະສົງສັນຕິພາບ…”

(ແຫຼ່ງຄັດຈາກ VOV)

Viettel ນຳ​ເອົາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ທັນ​ສະ​ໄໝ​ໄປ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ

Viettel ນຳ​ເອົາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ທັນ​ສະ​ໄໝ​ໄປ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ

SAHA 2026 ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ປ້ອງ​ກັນ​ຊາດ, ການ​ບິນ​ອາ​ວະ​ກາດ ແລະ ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ໃຫຍ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ເອີ​ຣົບ ໄດ້​ເຕົ້າ​ໂຮມ​ວິ​ສາ​ຫະ​ກິດກວ່າ 1700 ແຫ່ງ ທີ່​ມາ​ຈາກ 120 ປະ​ເທດ.

Top