• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເດີນທາງໄປຮອດ ຕວັກກີ ແລະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ IPU 152

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ IPU 152 ດ້ວຍຫົວຂໍ້ “ຫຼໍ່ລ້ຽງຄວາມຫວັງ, ຮັບປະກັນສັນຕິພາບ ແລະ ປົກປ້ອງຄວາມຍຸຕິທຳໃຫ້ແກ່ລຸ້ນອະນາຄົດ”.
(ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸ​ມ)

ຕອນ​ບ່າຍ​ວັນ​ທີ 15 ເມ​ສາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່າ​ນ​ນາງ ຫງວຽນ​ທິ​ແທັງ​ງາ, ພັນ​ລະ​ຍາ​ ໄດ້​​ເດີນ​ທາງໄປ​ຮ​ອດ​ນະ​ຄອນ​ຫຼວງ Istanbul, ຕວັກ​ກີ, ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມພິ​ທີໄຂກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາສາ​ກົນ​ ຄັ້ງ​ທີ 152 (IPU 152) ແລະ ດຳ​ເນີນ​ການ​ເຄື່ອນ​ໄຫວ​ 2 ຝ່າຍຈຳ​ນວນ​ໜຶ່ງ​ຢູ່ ຕວັກ​ກີ ຕາມ​ຄຳ​ເຊີນ​ຂອງ​ທ່ານ Tulia Ackson, ປະ​ທານ IPU ແລະ ທ່ານ Martin Chungong, ເລ​ຂາ​ທິ​ການ​ໃຫຍ່ IPU.

ຕອນ​ຄ່ຳ​ວັນ​ດຽວ​ກັ​ນຢູ່ Istanbul, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸ​ມ​ສະ​ມັດ​ຊາ​ໃຫຍ່ IPU 152 ດ້ວຍ​ຫົວ​ຂໍ້ “​ຫຼໍ່​ລ້ຽງ​ຄວາມ​ຫວັງ, ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ປົກ​ປ້ອງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ລຸ້ນ​ອະ​ນາ​ຄົດ”.

ທີ່​ພິ​ທີ​ໄຂ, ໃນ​ສານ​ສົ່ງ​ເຖິງ ກອງ​ປະ​ຊຸ​ມ​ສະ​ມັດ​ຊາ​ໃຫຍ່ IPU 152, ທ່ານ Antonio Guterres, ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໄດ້ຍົກ​ສູງ​ການ​ຮ່ວມ​ມື​ສາ​ກົນ, ເຈ​ລະ​ຈາ ແລະ​ ຄຸ້ມ​ຄອງກວມ​ລວມ​ ຄື​ດັ່ງ​ບັນ​ດາ​ປັດ​ໄຈ​ແກ່ນ​ສານ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ ແລະ ສະ​ເໜີ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ລັດ​ຖະ​ສະ​ພາ ແນ​ໃສ່​ຍົກ​ສູງ​ຄວ​າມ​ຮັບ​ຜິດ​ຊອບ​ອະ​ພິ​ປາຍ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ

ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ

ສະຖານີວິທະຍຸ ແລະ ໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.

Top