• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເຂົ້າຮ່ວມເວທີປາໄສການສ້າງກົດໝາຍຄັ້ງທີ 1

ໃນໄລຍະຜ່ານມາ, ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ, ມະຕິຫຼາຍສະບັບ, ດ້ວຍນະໂຍບາຍຊີ້ຂາດທີ່ມີລັກສະນະປະຫວັດສາດ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດຢ່າງທັນການ
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ເວທີປາໄສ)

ຕອນເຊົ້າວັນທີ 22 ພະຈິກ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສ ການສ້າງກົດໝາຍຄັ້ງທີ 1 ດ້ວຍຫົວຂໍ້ “ສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ ຕອບສະໜອງຄວາມຮຽກຮ້ອງໃນການພັດທະນາປະເທດຊາດໃນທົດສະວັດໃໝ່”.

        ກ່າວຄຳເຫັນໄຂເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່າ ໃນໄລຍະຜ່ານມາ, ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ, ມະຕິຫຼາຍສະບັບ, ດ້ວຍນະໂຍບາຍຊີ້ຂາດທີ່ມີລັກສະນະປະຫວັດສາດ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດຢ່າງທັນການ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການປ້ອງກັນ ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟືອຍ, ສິ່ງຫຍໍ້ທໍ້. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ:

        “ຮັບປະກັນທຸກກົດໝາຍລ້ວນແຕ່ແມ່ນເລີ່ມມາຈາກຜົນປະໂຫຍດຂອງປະເທດຊາດ, ຂອງຊາດ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ. ສືບຕໍ່ປະຕິບັດຄວາມຮຽກຮ້ອງປ່ຽນແປງໃໝ່ຈິນຕະນາການໃນວຽກງານສ້າງກົດໝາຍ, ນຳລະບອບລະບຽບການກົດໝາຍໃຫ້ກາຍເປັນທ່າແຮງແກ່ງແຍ້ງ, ເປັນກຳລັງໜູນການພັດທະນາປະເທດຊາດ, ກຳນົດວ່າ ການສ້າງກົດໝາຍແມ່ນ “ຂອດບຸກທະລຸ ຂອງການບຸກທະລຸ”.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top