• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມພິທີເປີດນຳໃຊ້ 4 ໂປແກຼມເຕັກໂນໂລຢີຂໍ້ມູນຂ່າວສານໃນຂົງເຂດສານ

      ຕອນເຊົ້າວັນທີ 8 ມັງກອນ, ຢູ່ສຳນັກງານ ສານປະຊາຊົນສູງສຸດ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ລະບົບສູນຂໍ້ມູນເອກະສານ - ຫໍສະໝຸດ, ສູນຕິດຕາມກວດກາ ແລະ ບໍລິຫານ, ຊອັບແວຊ່ວຍວຽກຜູ້ພິພາກສາ, ລະບົບພິພາກສາແບບທາງໄກໃຫ້ສານປະຊາຊົນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ພ້ອມດ້ວຍການນຳເຂົ້າຮ່ວມພິທີ (ພາບ: VOV)
      ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ:
        “ມີຫຼາຍການບໍລິການສາທາລະນະອອນລາຍທາງສານ ໄດ້ຜັນຂະຫຍາຍປະຕິບັດ ແລະ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ. ຍິ່ງເປີດເຜີຍ, ໂປ່ງໃສດ້ານໜຶ່ງແມ່ນເພື່ອໃຫ້ປະຊາຊົນຮັບຮູ້, ອີກດ້ານໜຶ່ງແມ່ນເປັນສະພາບແວດລ້ອມທີ່ດີທີ່ສຸດເພື່ອໃຫ້ປະຊາຊົນ, ຜູ້ມີສິດເລືອກຕັ້ງໄດ້ຕິດຕາມກວດກາເບິ່ງຄືນການເຄື່ອນໄຫວຂອງສານ. ລະບົບກອງປະຊຸມທາງໄກເຊື່ອມຕໍ່ກັບ ສານໃນທົ່ວປະເທດ ໄດ້ສ້າງສະພາບແວດລ້ອມເຮັດວຽກທີ່ມີການກະທົບຕອບຢ່າງວ່ອງໄວ, ທັນການ ແລະ ມີປະສິດທິຜົນລະຫວ່າງ ສານແຫ່ງຕ່າງໆ ປະກອບສ່ວນເຂົ້າໃນການປະຢັດງົບປະມານໃນການຈັດຕັ້ງກອງປະຊຸມ, ການສຳມະນາ ແລະ ການຈັດຊຸດຝຶກອົບຮົມ”.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top