• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ແລະ ພະບາດສົມເດັດ Norodom Sihamoni ແຫ່ງລາຊະອານາຈັກ ກຳປູເຈຍ ດື່ມນ້ຳຊາຢູ່ ວັນມຽວ - ກວັກຕືຢາມ

ທ່ານປະທານປະເທດ ເລືອງເກື່ອງ ໄດ້ແນະນຳໃຫ້ພະບາດສົມເດັດ ກຳປູເຈຍ ກ່ຽວກັບເຂດ ວັນມຽວ - ກວັກຕືຢາມ, ເປັນສັນຍາລັກຂອງນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ.
(ທ່ານປະທານປະເທດ ເລືອງເກື່ອງ ແລະ ພະບາດສົມເດັດ Norodom Sihamoni ໄປຢ້ຽມຢາມເຂດ ວັນມຽວ - ກວັກຕືຢາມ)

ຕອນເຊົ້າວັນທີ 29 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni ແຫ່ງລາຊະອານາ ຈັກກຳປູເຈຍ ໄດ້ໄປຢ້ຽມຢາມເຂດ ວັນມຽວ - ກວັກຕືຢາມ ແລະ ດື່ມນ້ຳຊາ ຫວຽດນາມ.

ຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ແນະນຳໃຫ້ພະບາດສົມເດັດ ກຳປູເຈຍ ກ່ຽວກັບເຂດ ວັນມຽວ - ກວັກຕືຢາມ, ເປັນສັນຍາລັກຂອງນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ. ແຫ່ງນີ້ກໍ່ເຄີຍຕ້ອນຮັບພະບໍລົມວົງສານຸວົງ Norodom Sihanouk ແລະ ພະມະເຫສີ ໃນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ເດືອນ ທັນວາ 1995.

ເມື່ອດື່ມນ້ຳຊາກັບພະບາດສົມເດັດ, ທ່ານປະທານປະເທດ ເລືອງເກື່ອງ ເຊື່ອໝັ້ນວ່າ, ບົນຖານະຕຳແໜ່ງຂອງຕົນ, ພະບາດສົມເດັດ ຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນອັນດີງາມລະຫວ່າງ 2 ປະເທດ, ພ້ອມກັນນັ້ນ, ເອົາໃຈໃສ່ສະໜັບສະໜູນການໂຄສະນາ, ສຶກສາໃຫ້ປະຊາຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມສະໜິດຕິດພັນ, ການເສຍສະຫຼະໃຫ້ແກ່ກັນລະຫວ່າງ 2 ປະເທດ, 2 ຊາດ ແລະ ສືບຕໍ່ຊຸກຍູ້ການພົວພັນມິດຕະພາຍ ຫວຽດນາມ - ກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ວັນ​ອາ​ທິດ​ແດງ 2026 ດຶງ​ດູດ​ນັກ​ສຶກ​ສາ​ອາ​ສາ​ສະ​ໝັກ​ບໍ​ລິ​ຈາກ​ເລືອດ ເປັນ​ຈຳ​ນວນຫຼາຍ

ວັນ​ອາ​ທິດ​ແດງ 2026 ດຶງ​ດູດ​ນັກ​ສຶກ​ສາ​ອາ​ສາ​ສະ​ໝັກ​ບໍ​ລິ​ຈາກ​ເລືອດ ເປັນ​ຈຳ​ນວນຫຼາຍ

ວັນບຸນບໍ່ພຽງແຕ່ແມ່ນການເຄື່ອນໄຫວບໍລິຈາກເລືອກປະຈຳປີເທົ່ານັ້ນຫາກຍັງກາຍເປັນສະຖານທີ່ນັດພົບຂອງບັນດາຜູ້ໃຈບູນໃຈກຸສົນ, ແຜ່ກະຈາຍສານ “ສົ່ງເລືອດກູ້ເອົາຊີວິດ ຂອງເພື່ອນແລະ ຂ້ອຍ” ໄປຍັງວົງຄະນະຍາດ.

Top