• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ກວດກາວຽກງານກະກຽມ ແລະ ການ ຊ້ອມໃຫຍ່ພິທີເປີດການລົງນາມໃນສົນທິສັນຍາ ຮ່າໂນ້ຍ

ພາຍຫຼັງກວດກາ, ຮັບຟັງ, ທ່ານປະທານປະເທດ ຕີລາຄາວ່າ ນີ້ແມ່ນເຫດການສຳຄັນພິເສດຂອງ ຫວຽດນາມ. ສະນັ້ນ, ທຸກວຽກງານລ້ວນແຕ່ຕ້ອງປະຕິບັດສຳເລັດຢູ່ລະດັບສູງສຸດ.
(ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄປກວດກາວຽກງານກະກຽມ ແລະ ຊ້ອມໃຫຍ່ພິທີເປີດການລົງນາມໃນສົນທິສັນຍາ)

ຕອນເຊົ້າວັນທີ 23 ຕຸລາ, ຢູ່ຫໍປະຊຸມແຫ່ງຊາດ ຮ່າໂນ້ຍ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ໄປກວດກາວຽກງານກະກຽມ ແລະ ຊ້ອມໃຫຍ່ພິທີເປີດການລົງນາມໃນສົນທິສັນຍາ ແລະ ກອງປະຊຸມຂັ້ນສູງສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ).

ທີ່ການຊ້ອມໃຫຍ່, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຮັບຟັງບັນດາຫົວໜ່ວຍປະຕິບັດໜ້າທີ່ລາຍງານໂດຍສັງລວມກ່ຽວກັບພິທີດັ່ງກ່າວ. ພາຍຫຼັງກວດກາ, ຮັບຟັງ, ທ່ານປະທານປະເທດ ຕີລາຄາວ່າ ນີ້ແມ່ນເຫດການສຳຄັນພິເສດຂອງ ຫວຽດນາມ. ສະນັ້ນ, ທຸກວຽກງານລ້ວນແຕ່ຕ້ອງປະຕິບັດສຳເລັດຢູ່ລະດັບສູງສຸດ. ທ່ານເນັ້ນໜັກວ່າ:

“ພວກເຮົາຕ້ອງຜັນຂະຫຍາຍຢ່າງສົມກຽດແໜ້ນແຟ້ນເປັນມືອາຊີບ ແລະ ຮັບປະກັນຄວາມປອດໄພຮອບດ້ານຍ້ອນນີ້ເປັນຄັ້ງທຳອິດທີ່ມີສົນທິສັນຍາໃສ່ຊື່ ຮ່າໂນ້ຍຫວຽດນາມ ນັ້ນແມ່ນບັນຫາສຳຄັນພິເສດ. ນີ້ແມ່ນໜ້າທີ່ຄວາມຮັບຜິດຊອບເຊິ່ງພັກລັດ ແລະ ປະຊາຊົນມອບໃຫ້ພວກເຮົາ”. 

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top