• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດຈີນ ເຂົ້າຢ້ຽມອຳລາ

      ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ເລື່ອງປັບປຸງ ແລະ ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຢ່າງບໍ່ຢຸດຢັ້ງ, ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ ພັດທະນາສະຖຽນລະພາບ

ທ່ານ ໂຄ໋ງແຊວຢູ້ງ, ເອກອັກຄະລັດຖະທູດ ຈີນ ແລະ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ
      ຕອນເຊົ້າວັນທີ 7 ກຸມພາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ ໂຄ໋ງແຊວຢູ້ງ, ເອກອັກຄະລັດຖະທູດ ຈີນ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.
        ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ເລື່ອງປັບປຸງ ແລະ ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຢ່າງບໍ່ຢຸດຢັ້ງ, ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ ພັດທະນາສະຖຽນລະພາບ, ປອດໃສ ແລະ ນັບມື້ນັບດີງາມ ທັງເປັນຄວາມຮັບຜິດຊອບ, ທັງເປັນຄວາມຮຽກຮ້ອງຕ້ອງການພາວະວິໄສ, ເໝາະສົມກັບຜົນປະໂຫຍດພື້ນຖານ, ຍາວນານຂອງປະຊາຊົນ 2 ປະເທດ, ມີຜົນປະໂຫຍດຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ. ນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ການເລືອກເຟັ້ນຍຸດທະສາດຂອງ ຫວຽດນາມ.
        ດ້ວຍຈິດໃຈນັ້ນ, ທ່ານປະທານປະເທດ ສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນສູງ; ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດ, ກໍ່ຄືຮ່ວມມືໃນຂົງເຂດຕ່າງໆ. ພ້ອມກັນນັ້ນ, ກໍ່ຢຶດໝັ້ນການແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບຍາວນານບົນທະເລ, ສ້າງເງື່ອນໄຂຮັກສາທ່າພັດທະນາທີ່ປອດໃສຂອງການພົວພັນ 2 ປະເທດ ແລະ ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ຢູ່ໃນໂລກ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top