• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເປັນປະທານພິທີຕ້ອນຮັບ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron

ພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ດຳເນີນການພົບປະເຈລະຈາ, ເປັນສັກຂີພິຍານພິທີລົງນາມ, ແລກປ່ຽນບັນດາເອກະສານຮ່ວມມືສອງຝ່າຍ ແລະ ພົບປະກັບສື່ມວນຊົນ.
ທ່ານປະທານປະເທດ ຫວຽດນາມ ເລືອງເກ່ືອງ ໄດ້ເປັນປະທານພິທີຕ້ອນຮັບ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron.

ຕອນເຊົ້າວັນທີ 26 ພຶດສະພາ ຢູ່ທຳນຽບປະທານປະເທດ ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກ່ືອງ  ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາ ມາຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ແຕ່ວັນທີ 22 - 27 ພຶດສະພາ.

ທີ່ພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ພ້ອມກັນເຂົ້າຮ່ວມພິທີເຄົາລົບທຸງຊາດ, ຍ່າງກວດກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ ແລະ ເປັນສັກຂິພິຍານພິທີສວນສະຫນາມຂ່ຳນັບຮັບຕ້ອນ.

ພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ດຳເນີນການພົບປະເຈລະຈາ, ເປັນສັກຂີພິຍານພິທີລົງນາມ, ແລກປ່ຽນບັນດາເອກະສານຮ່ວມມືສອງຝ່າຍ ແລະ ພົບປະກັບສື່ມວນຊົນ.

(ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.

Top