• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສາກົນ ແຂ້ວ - ຄາງ - ຫນ້າ ປີ 2023

ຫວຽດນາມ ໄດ້ຮັບການຕີລາຄາຈາກອົງການສະຫະປະຊາຊາດວ່າ ແມ່ນຈຸດສະຫວ່າງໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະຫວັດດ້ານສາທາລະນະສຸກໃນປີ 2015 ແລະ ປະຈຸບັນພວມສືບຕໍ່ປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງຮອດປີ 2030.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສາກົນ ແຂ້ວ - ຄາງ - ຫນ້າ ປີ 2023. ພາບ: VOV

ຕອນບ່າຍວັນທີ 17/8, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມີການພົບປະກັບບັນດາສາດສະດາຈານ, ທ່ານໝໍ, ນັກວິທະຍາສາດ, ນັກຊ່ຽວຊານແຖວຫນ້າຂະແຫນງທີ່ຕາງໜ້າໃຫ້ບັນດາຂະແໜງ ແຂ້ວ - ຄາງ - ຫນ້າ ຫວຽດນາມ ແລະ ສາກົນ ທີ່ເຂົ້າຮ່ວມກອງປະຊຸມວິທະຍາສາດ ແລະ ງານວາງສະແດງ ແຂ້ວ - ຄາງ - ຫນ້າ  ປີ 2023 ( 17-19 ສິງຫາ).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ: ກອງປະຊຸມມີຄວາມໝາຍທີ່ສຸດສຳລັບຂະແໜງສາທາລະນະສຸກ ຫວຽດນາມ ເວົ້າລວມ ແລະ ຂະແຫນງ ແຂ້ວ - ຄາງ - ຫນ້າ ຂອງຫວຽດນາມ ເວົ້າສະເພາະ. ຕາມທ່ານປະທານປະເທດແລ້ວ, ຫວຽດນາມ ຍາມໃດກໍ່ຖືການປົກປັກຮັກສາ, ດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງພົນລະເມືອງແຕ່ລະຄົນ, ຂອງທັງລະບົບການເມືອງ ແລະ ສັງຄົມ. ຫວຽດນາມ ໄດ້ຮັບການຕີລາຄາຈາກອົງການສະຫະປະຊາຊາດວ່າ ແມ່ນຈຸດສະຫວ່າງໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະຫວັດດ້ານສາທາລະນະສຸກໃນປີ 2015 ແລະ ປະຈຸບັນພວມສືບຕໍ່ປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງຮອດປີ 2030.

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top