ຕອນເຊົ້າວັນທີ 9 ສິງຫາ 2021, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ເຈີ່ນຫງວຽດທູ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ອອກຈາກ ຮ່າໂນ້ຍ, ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສປປ.ລາວ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ , ປະທານປະເທດ ສປປ. ລາວ ທອງລຸນ ສີສຸລິດ. ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດ ຢ່າງເປັນທາງການ ຂອງການນຳຂັ້ນສູງພັກ, ລັດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ພ້ອມທັງແມ່ນການໄປປະຕິບັດງານຢູ່ຕ່າງປະເທດທຳອິດຂອງ ທ່ານ ຫງວຽນຊວັນຟຸກ ໃນຖານະເປັນປະທານປະເທດ.

ໄປນຳເພື່ອຮັບໃຊ້ໃຫ້ກຳມະການກົມການເມືອງ, ປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ເຈີ່ນຫງວຽດທູ ໃນການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຄັ້ງນີ້ ມີບັນດາກຳມະການກົມການເມືອງ: ຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ເຈີ່ນແທງເໝີນ; ລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ; ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ; ຫົວໜ້າຄະນະເສດຖະກິດສູນກາງ ເຈີ່ນຕວັນແອ໋ງ; ໄປນຳຄະນະຍັງມີ ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ໋ວັນຈຽນ.
ເຂົ້າຮ່ວມຄະນະຍັງມີບັນດາກຳມະການສູນກາງພັກ: ຮອງນາຍົກລັດຖະມົນຕີ ເລວັນແທ່ງ; ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ ເລຮວ່າຍຈຸງ; ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ; ຫົວໜ້າຫ້ອງການປະທານປະເທດເລແຄ໋ງຫາຍ; ລັດຖະມົນຕີກະຊວງຍຸຕິທຳ ເລແທ່ງລອງ; ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ; ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນໂຮ່ງຢຽນ; ລັດຖະມົນຕີກະຊວງກໍ່ສ້າງ ຫງວຽນແທງຫງີ້; ຫົວໜ້າຄະນະກຳມະການພົວພັນການຕ່າງປະເທດຂອງສະພາ ແຫ່ງຊາດ ຫວູຫາຍຮ່າ; ຮອງລັດຖະມົນຕີກະຊວງ ຕຳຫຼວດ ຫງວຽນຢຸຍຫງອກ.
ໄປນຳເພື່ອຮັບໃຊ້ໃຫ້ກຳມະການກົມການເມືອງ, ປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ໃນການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຄັ້ງນີ້ ຍັງມີເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮຸ່ງ ພ້ອມກັບການນຳບັນດາຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ.
ປະຕິບັດໂດຍ: VNA/VNP