• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກຳລັງປ້ອງກັນຄວາມສະຫງົບຕ້ອງຈົ່ງຮັກພັກດີຕໍ່ພັກ, ລັດ ແລະ ປະຊາຊົນຢ່າງເດັດຂາດ.
ທ່ານນປະທານປະເທດ ຫງວຽນຊວັນຟຸກ
ມອບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນ. (ພາບ: VGP)

ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກຳລັງປ້ອງກັນຄວາມສະຫງົບປະຊາຊົນ (12 ກໍລະກົດ 1946 – 12 ກໍລະກົດ 2021). ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ.

        ທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ພົນຕີ ເລຕາມກວາງ ຊີ້ແຈ້ງວ່າ, ກ່ອນນີ້ 75 ປີ, ວັນທີ 12 ກໍລະກົດ 1946, ກຳລັງປ້ອງກັນຄວາມໝັ້ນຄົງປະຊາຊົນໄດ້ສ້າງຜົນງານພິເສດ, ຍາດໄດ້ໄຊຊະນະໃນການບຸກຕີການກໍ່ການລັດຖະປະຫານຂອງພວກພັກຊາດນິຍົມສົມຮູ້ຮ່ວມຄິດກັບພວກລ່າເມືອງຂຶ້ນຝລັ່ງ ແລະ ນີ້ແມ່ນຂີດໝາຍປະຫວັດສາດສຳຄັນ ແລະ ໄດ້ກຳນົດວ່າແມ່ນວັນມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ:

        “ຜ່ານໄລຍະ 75 ປີແຫ່ງວັນຕໍ່ສູ້, ສ້າງສາ ແລະ ເຕີບໃຫຍ່, ຍາດໄດ້ໄຊຊະນະຕໍ່ໄຊຊະນະອື່ນ, ໄດ້ເພີ່ມພູນຄູນສ້າງສ້າງມູນເຊື້ອອັນສະຫງ່າລາສີຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ. ກຳລັງຕຳຫຼວດປະຊາຊົນຈົ່ງຮັກພັກດີຕໍ່ພັກ, ລັດ, ປະເທດຊາດ ແລະ ປະຊາຊົນ, ພ້ອມແລ້ວທີ່ຈະເສຍສະຫຼະເພື່ອຮັບໃຊ້ພາລະກິດປ້ອງກັນຄວາມສະຫງົບຂອງປະເທດຊາດ; ຕິດພັນເລືອດເນື້ອກັບປະຊາຊົນ, ຮັບໃຊ້ປະຊາຊົນ, ອີ່ງໃສ່ປະຊາຊົນເພືຶ່ອປະຕິບັດງານ ແລະ ຕໍ່ສູ້; ຝຶກຝົນຫຼໍ່ຫຼອມຖານະເປັນຕຳຫຼວດປະຕິວັດຢ່າງບໍ່ຢຸດຢັ້ງ ຕາມ 6 ຄຳສັ່ງສອນຂອງປະທານໂຮ່ຈີມິນ”.

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກຳລັງປ້ອງກັນຄວາມສະຫງົບຕ້ອງຈົ່ງຮັກພັກດີຕໍ່ພັກ, ລັດ ແລະ ປະຊາຊົນຢ່າງເດັດຂາດ; ປະຕິບັດບັນດາທັດສະນະ, ທິດທາງ: ເປັນເຈົ້າການກັບຄວາມສະຫງົບ, ປ້ອງສະກັດກັ້ນບັນດາຄວາມສ່ຽງ, ປັດໃຈທີ່ອາດຈະກໍ່ຄວາມຄາດສະຖຽນລະພາບໂດຍໄວ ແລະ ມີປະສິດທິຜົນ; ກຳລັງຄວາມໝັ້ນຄົງຕ້ອງກາຍເປັນແຫຼ່ງກຳລັງສຳຄັນເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ.

        ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ແກ່ພັກ, ລັດ, ທ່ານນປະທານປະເທດ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນ.  

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ພ້ອມ​ກັບ ​ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

ຫວຽດ​ນາມ ຈະ​ພ້ອມ​ກັບ ​ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີກະຊວງການຕ່າງປະເທດສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດກະກຽມໃຫ້ດີທີ່ສຸດບັນດາການເຄື່ອນໄຫວທາງການທູດສຳຄັນໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນປີ 2025, ສອງປະເທດລວ້ນແຕ່ມີບັນດາເຫດການສຳຄັນ.

Top