• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີສ້າງນະຄອນ ໂຮ່ຈີມິນ ໃຫ້ກາຍເປັນຕົວເມືອງອັດສະລິຍະແລະພັດທະນາ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວຽກງານວາງແຜນຜັງເຂດຕົວເມືອງຂອງນະຄອນ ໂຮ່ຈີມິນ ຕ້ອງສະແດງໃຫ້ເຫັນວິໄສທັດຍຸດທະສາດ, ເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍແຜນການ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ເຮັດວຽກ. (ພາບ: TTXVN)

ຕອນບ່າຍວັນທີ 27 ທັນວາ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນນະຄອນ ເພື່ອຕິດຕາມການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນຜັງໃນບໍລິເວນນະຄອນ ໂຮ່ຈີມິນ ເມື່ອກົດໝາຍວ່າດ້ວຍການແຜນຜັງເມືອງ ມີຜົນສັກສິດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວຽກງານວາງແຜນຜັງເຂດຕົວເມືອງຂອງນະຄອນ ໂຮ່ຈີມິນ ຕ້ອງສະແດງໃຫ້ເຫັນວິໄສທັດຍຸດທະສາດ, ເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍແຜນການ, ລະດົມແຫຼ່ງກຳລັງຂອງທົ່ວປະເທດ ແລະ ສ່ວນບຸກຄົນ, ກຳນົດບັນດາເປົ້າໝາຍ, ຄາດໝາຍລະອຽດເພື່ອພັດທະນາເສດຖະກິດ, ກຳລັງແກ່ງແຍ້ງ ແລະ ຄຸນນະພາບການດຳລົງຊີວິດ.

        “ນະຄອນ ໂຮ່ຈີມິນ ຕ້ອງກໍ່ສ້າງໃຫ້ກາຍເປັນຕົວເມືອງອັດສະລິຍະ, ຕົວເມືອງພັດທະນາ, ມີພື້ນຖານເສດຖະກິດປ່ຽນແປງໃໝ່ປະດິດຄິດສ້າງ, ແມ່ນແຫ່ງເຕົ້າໂຮມວັດທະນະທຳ ແລະ ຜູ້ມີຄວາມເກັ່ງກ້າສາມາດ. ນະຄອນ ໂຮ່ຈີມິນ ຄວນນຳໜ້າກາຍເປັນສູນ startup, ສູນປະດິດຄິດສ້າງຂອງທົ່ວປະເທດ, ສູນການສຶກສາສາກົນ, ສູນການແພດສາກົນ… ທຸກເລື່ອງລາວດັ່ງກ່າວຕ້ອງເລີ່ມມາຈາກຍຸດທະສາດ ແລະ ການວາງແຜນຜັງ.”

        ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ນະຄອນ ໂຮ່ຈີມິນ ຄວນຕິດພັນຢ່າງໃກ້ຊິດກັບເປົ້າໝາຍ, ການກຳນົດທິດ, ບັນດາທ່າແຮງເພື່ອສ້າງການວາງແຜນຜັງ, ດັດປັບການວາງແຜນຜັງເພື່ອຮັບໃຊ້ຄວາມຮຽກຮ້ອງຂອງການພັດທະນາໃນໄລຍະກາງ ແລະ ຍາວໃຫ້ເປັນຢ່າງດີທີ່ສຸດ.

(ແຫຼ່ງຄັດຈາກ VOV)

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ຕອນເຊົ້າວັນທີ 25 ມີນາ, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ການນຳບາງແຂວງ, ນະຄອນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ I ຢູ່ແຂວງບີງເຢືອງ (VSIP I - ບີງເຢືອງ).

Top