• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ: ນັກທຸລະກິດ ຫວຽດນາມ ມີຄວາມສາມັກຄີ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເພື່ອພັດທະນາປະເທດຊາດ

      ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ວິສາຫະກິດ, ນັກທຸລະກິດ ທີ່ບືນຕົວຂຶ້ນຢ່າງແຮງ ແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມຜະລິດ; ປະຕິບັດຄຳຮຽກຮ້ອງຂອງພັກ, ລັດ, ປະກອບສ່ວນໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ, ກຳລັງດ່ານໜ້າປ້ອງກັນ, ຕ້ານໂຄວິດ. 
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)
      ສືບຕໍ່ລາຍການເຮັດວຽກຢູ່ ນະຄອນໂຮ່ຈີມິນ, ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ ຄືວັນທີ 13 ຕຸລາ, ຕອນເຊົ້າວັນທີ 12 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຜູ້ແທນ ກ່ວາ 40 ຄົນ ທີ່ຕາງໜ້າໃຫ້ນັກທຸລະກິດ ກ່ວາ 10.000 ຄົນຂອງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ວິສາຫະກິດ, ນັກທຸລະກິດ ທີ່ບືນຕົວຂຶ້ນຢ່າງແຮງ ແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມຜະລິດ; ປະຕິບັດຄຳຮຽກຮ້ອງຂອງພັກ, ລັດ, ປະກອບສ່ວນໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ, ກຳລັງດ່ານໜ້າປ້ອງກັນ, ຕ້ານໂຄວິດ. ທ່ານປະທານປະເທດ ເນັ້ນໜັກເຖິງບົດບາດສຳຄັນ ຂອງນັກທຸລະກິດ, ວິສາຫະກິດ ຫວຽດນາມ ທີ່ໄດ້ຮັບຮູ້ຈາກ ພັກ, ລັດວ່າ ແມ່ນກຳລັງໜູນສຳຄັນ ເພື່ອຊຸກຍູ້ການພັດທະນາຂອງປະເທດຊາດ.
      ແລະກໍ່ໃນຕອນເຊົ້າວັນດຽວກັນ, ເມື່ອໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຄົນເຈັບທີ່ພວມປິ່ນປົວພະຍາດຢູ່ ໂຮງໝໍເດັກນະຄອນໂຮ່ຈີມິນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ການນຳ, ແພດໝໍ, ພາລະກອນໂຮງໝໍ ທີ່ໄດ້ເສີມຂະຫຍາຍຈິດໃຈ, ມີຄວາມຮັບຜິດຊອບຢ່າງສູງຂອງກຳລັງດ່ານໜ້າປ້ອງກັນຕ້ານພະຍາດ, ມີຄວາມສຸດໃຈຕໍ່ການກອບກູ້ເອົາຊີວິດ, ປິ່ນປົວ, ຈຳກັດຈຳນວນຜູ້ເສຍຊີວິດ ຍ້ອນໂລກລະບາດ, ປະກອບສ່ວນຊ່ວຍໃຫ້ນະຄອນຜ່ານຜ່າໂລກລະບາດໂຄວິດ - 19.
      ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ ໄດ້ປະຕິບັດການຕິດຕາມກວດກາການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນດາມາດຕະການເພື່ອຄວບຄຸມໂລກລະບາດໂຄວິດ - 19, ພັດທະນາເສດຖະກິດ - ສັງຄົມ ໃນບໍລິເວນນະຄອນ ໃນໄລຍະຈະມາເຖິງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍ ບັນດາຄວາມມານນະພະຍາຍາມຢຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ຂອງ ການນຳ, ປະຊາຊົນນະຄອນ, ຂອງກຳລັງດ່ານໜ້າຂອງນະຄອນ ກໍ່ຄືການໜູນຊ່ວຍຊອງພໍ່ແມ່ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top