• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ: ແຂວງ ດົ່ງນາຍ ຄວນຊອກຫາບັນດາກຳລັງໜູນ, ຮູບແບບການເຕີບໂຕໃໝ່ເພື່ອສ້າງບາດກ້າວບຸກທະລຸ

ສຳລັບສະໜາມບິນ ລອງແທັ່ງ, ແຂວງຄວນຄົ້ນຄ້ວາ, ສ້າງສະພາບແວດລ້ອມພັດທະນາໃໝ່ຄືຕົວເມືອງສະໜາມບິນ, ບັນດາເຂດເຊື່ອມຕໍ່ກັບທ່າກ່ຳປັ່ນ ກ໊າຍແມກ, ທິຫວາຍ, ເຊື່ອມຕໍ່ກັບນະຄອນໂຮ່ຈີມິນ.
  ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ:Thống Nhất/ TTXVN)  

ຕອນບ່າຍວັນທີ 2 ສິງຫາ, ຢູ່ນະຄອນ ບຽນຮ່ວາ, ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ ດົ່ງນາຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ແຂວງ ດົ່ງນາຍ ຄວນຊອກຫາບັນດາກຳລັງໜູນ, ຮູບແບບການເຕີບໂຕໃໝ່ເພື່ອສ້າງບາດກ້າວບຸກທະລຸ ແລະ ນຳພາການເຕີບໂຕເຂດເສດຖະກິດຈຸດສຸມພາກໃຕ້. ສຳລັບສະໜາມບິນ ລອງແທັ່ງ, ແຂວງຄວນຄົ້ນຄ້ວາ, ສ້າງສະພາບແວດລ້ອມພັດທະນາໃໝ່ຄືຕົວເມືອງສະໜາມບິນ, ບັນດາເຂດເຊື່ອມຕໍ່ກັບທ່າກ່ຳປັ່ນ ກ໊າຍແມກ, ທິຫວາຍ, ເຊື່ອມຕໍ່ກັບນະຄອນໂຮ່ຈີມິນ. ແຂວງຄວນຖືເສດຖະກິດພາກເອກະຊົນພາຍໃນປະເທດ ແລະ ເສດຖະກິດຮ່ວມມືຖືກກັບທີ່ຕັ້ງ, ສ້າງເງື່ອນໄຂສະດວກໃນການສຳຜັດກັບແຫຼ່ງກຳລັງຄືມະຕິຂອງພັກເພື່ອສ້າງກຳລັງໜູນພັດທະນາ. ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ:

“ແຂວງ ດົ່ງນາຍ ຄວນມີວິໄສທັດໃໝ່, ແງ່ຫວັງໃໝ່ໃນເງື່ອນໄຂໃໝ່ຄືປະຈຸບັນ, ໃນເງື່ອນໄຂວິທະຍາສາດເຕັກໂນໂລຊີ, ການປ່ຽນໃໝ່ມີຫົວຄິດປະດິດສ້າງ. ຖ້າບໍ່ມີແງ່ຫວັງ ແລະ ບໍ່ແກ້ໄຂບັນດາສິ່ງຕິດຄັດພາຍໃນປະຈຸບັນ ຈະບໍ່ມີບາດກ້າວພັດທະນາໃໝ່, ຊ້ຳບໍ່ໜຳ ອາດຈະຖືກຫຼ້າຫຼັງໃນອະນາຄົດໃກ້ໆນີ້.”

 ແລະ ກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມເຂດຕົວເມືອງອັດສະລິຍະ AquaCity ຢູ່ນະຄອນ ບຽນຮ່ວາ, ແຂວງ ດົ່ງນາຍ.


(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top