• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

      ທ່ານນາຍົກລັດຖະມົນຕີ ລາວທອງລຸນ ສີສຸລິດ ຫວັງວ່າໃນໄລຍະເວລາຈະມາເຖິງສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດເພື່ອພັດທະນາເສດຖະກິດສັງຄົມກໍ່ຄືປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ລາວ.

ທ່ານນາຍົກລັດຖະມົນຕີ ລາວທອງລຸນ ສີສຸລິດ  ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ
      ຕອນບ່າຍວັນທີ 6 ມັງກອນ, ກ່າວຄຳປາໄສທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວທອງລຸນ ສີສຸລິດ ທີ່ກຳລັງຢ້ຽມຢາມ ຈີນ ຢ່າງເປັນທາງການ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ເນັ້ນໜັກວ່າ: ຈີນ ຫວັງວ່າຈະພ້ອມກັບ ລາວຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊະຕາກຳ, ເພີ່ມທະວີການເຊື່ອມຕໍ່ຍຸດທະສາດພັດທະນາລະຫວ່າງສອງຝ່າຍ, ຍູ້ໄວການກໍ່ສ້າງແລວເສດຖະກິດ ຈີນ-ລາວ ໃນນັ້ນພິເສດແມ່ນບັນດາໂຄງການໃຫຍ່ກ່ຽວກັບທາງລົດໄຟ, ເຂດເສດຖະກິດ… ຊຸກຍູ້ພົບປະແລກປ່ຽນລະຫວ່າງປະຊາຊົນ, ເພີ່ມທະວີການສົມທົບກັນໃນບັນດາບັນຫາສາກົນ ແລະ ພາກພື້ນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີ ລາວທອງລຸນ ສີສຸລິດ ຫວັງວ່າໃນໄລຍະເວລາຈະມາເຖິງສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດເພື່ອພັດທະນາເສດຖະກິດສັງຄົມກໍ່ຄືປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ລາວ.
            ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ ໄດ້ເປັນປະທານການຕ້ອນຮັບ ແລະ ເຂົ້າຮ່ວມການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top