• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຫົວຫນ້າຫ້ອງວ່າການປະທານປະເທດລາວ

ຕອນບ່າຍວັນທີ 27 ມີນາ ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ ຄຳເມີງ ພົງທະດີ ຫົວຫນ້າຫ້ອງວ່າການປະທານປະເທດລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານ ຄຳເມີງ ພົງທະດີ ຫົວຫນ້າຫ້ອງວ່າການປະທານປະເທດລາວ
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ທ່ານປະທານປະເທດ ສະເຫນີ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ມານະພະຍາຍາມ, ສູ້ຊົນເພື່ອໃຫ້ການພົວພັນດ້ານການເມືອງສອງປະເທດເຂົ້າສູ່ລວງເລິກ, ເພີ່ມທະວີປະສິດທິຜົນການແລກປ່ຽນຄະນະຜູ້ແທນທຸກຂັ້ນ. ພ້ອມກັນນັ້ນ ສອງຝ່າຍຄວນເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງທຸກຂັ້ນ, ຂະແຫນງການ, ທ້ອງຖິ່ນສອງປະເທດດ້ວຍຫລາຍຮູບການ, ຮັບປະກັນຄຸນນະພາບ, ປະສິດທິຜົນ. ພ້ອມກັນນັ້ນ ຫວຽດນາມ ແລະ ລາວ ຊຸກຍູ້ການຜັນຂະຫຍາຍປະສິດທິຜົນຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້, ເປັນຕົ້ນແມ່ນໝາກຜົນການພົບປະຂັ້ນສູງປະຈຳປີຂອງສອງກົມການເມືອງໃນປີ 2018 ແລະ ກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານສອງປະເທດ. ທ່ານປະທານປະເທດສະເຫນີ ສອງຝ່າຍສືບຕໍ່ວຽກງານໂຄສະນາ, ສຶກສາໃຫ້ປະຊາຊົນສອງປະເທດ ເປັນຕົ້ນແມ່ນລຸ້ນຫນຸ່ມກ່ຽວກັບການຮັກສາ, ເສີມຂະຫຍາຍມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top