• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດການາດາ

ຕອນບ່າຍວັນທີ 5 ມິຖຸນາ, ຢູ່ທຳນຽບປະທານປະເທດ ທ່ານປະທານປະເທດເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ທ່ານ Harjit Singh Sajjan, ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 4 - 6 ມິຖຸນາ. 

ທ່ານປະທານປະເທດເຈີນດ້າຍກວາງ ຕ້ອນຮັບ ທ່ານ Harjit Singh Sajjan,
ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນຫນັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະຫນາຢາກເພີ່ມທະວີການພົວພັນກັບ ການາດາ ກວ່າອີກເພື່ອຜົນປະໂຫຍດຂອງແຕ່ລປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ສອງພາກພື້ນ ແລະ ໃນໂລກ. ທ່ານປະທານປະເທດຢືນຢັນວ່າ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ. ທ່ານປະທານປະເທດເຈີນດ້າຍກວາງ ສະເຫນີ ກະຊວງປອ້ງກັນປະເທດ ສອງປະເທດສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນເພືື່ອຜັນຂະຫຍາຍບັນດາເນື້ອໃນທີ່ສອງຝ່າຍໄດ້ເປັນເອກະພາບຢ່າງມີປະສິດທິຜົນ, ປະກອບສ່ວນນຳການພົວພັນປ້ອງກັນປະເທດສອງປະເທດໃຫ້ກາຍເປັນເສົາຄ້ຳສຳຄັນສອງຝ່າຍ.

        ສ່ວນທ່ານ Harjit Singh Sajjan ແຈ້ງໃຫ້ທ່ານປະທານປະເທດ ເຈີນດ້າຍກວາງຊາບກ່ຽວກັບໝາກຜົນການເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ ແລະ ເນັ້ນຫນັກວ່າ ການາດາ ນອນໃນພາກພື້ນ ອາຊີ ປາຊິຟິກ ແລະ ຍາມໃດກໍ່ປາດຖະຫນາຢາກພາກພື້ນມີສະຖຽນລະພາບ. ການາດາ ຍາມໃດກໍ່ສະຫນັບສະຫນູນການແກ້ໄຂຄວາມຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີ ຕາມຂໍ້ກຳນົດຂອງກົດໝາຍສາກົນ.

 (ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top