• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຫວຽດນາມຮຽກຮ້ອງໃຫ້ APEC ລົງທຶນການພັດທະນາຂຽວຢູ່ ຫວຽດນາມ

      ເພື່ອປະຕິບັດບັນດາເປົ້າໝາຍການເຕີບໂຕ, ພັດທະນາຂຽວ, ຍືນຍົງ, ທ່ານປະທານປະເທດ ຫວຽດນາມຫງວຽນຊວັນຟຸກໄດ້ເນັ້ນໜັກເຖິງພາລະບົດບາດຂອງວິສາຫະກິດ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: baoquocte.vn)
      ໂດຍໄດ້ຮັບຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern, ຕອນເຊົ້າວັນທີ 11 ພະຈິກ, ທ່ານປະທານປະເທດຫວຽດນາມຫງວຽນຊວັນຟຸກໄດ້ເລີ່ມຕົ້ນເຂົ້າຮ່ວມກອງປະຊຸມສຸດຍອດ APEC ຄັ້ງທີ 28 ໃນລະຫວ່າງວັນທີ 11 ຫາ 12 ພະຈິກແບບທາງໄກ. ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ກໍໄດ້ສົ່ງສານທີ່ໄດ້ອັດພາບໄວ້ກ່ອນນີ້ໄປຍັງກອງປະຊຸມສຸດຍອດວິສາຫະກິດ APEC.
            ເພື່ອປະຕິບັດບັນດາເປົ້າໝາຍການເຕີບໂຕ, ພັດທະນາຂຽວ, ຍືນຍົງ, ທ່ານປະທານປະເທດ ຫວຽດນາມຫງວຽນຊວັນຟຸກໄດ້ເນັ້ນໜັກເຖິງພາລະບົດບາດຂອງວິສາຫະກິດ. ໃນນັ້ນ, ທ່າອຽງພັດທະນາກັບການປ່ອຍອາຍກາກບອນໃນລະດັບຕ່ຳ, ການເຕີບໂຕຂຽວກໍ່ແມ່ນໂອກາດເພື່ອປ່ຽນແປງ, ຍົກສູງກຳລັງແກ່ງແຍ້ງ, ພັດທະນາແບບຍືນຍົງຂອງວິສາຫະກິດ.
            ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະມີການກະທຳຢ່າງຂ້ຽວຂາດເພື່ອຫັນປ່ຽນຮູບແບບເສດຖະກິດເປັນການເຕີບໂຕຂຽວແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຮອບດ້ານ. ໃນນັ້ນ, ຖືເອົາມະນຸດເປັນໃຈກາງໃນການພັດທະນາຂຽວໂດຍອີງຕາມລະບອບລະບຽບການແລະການບໍລິຫານທີ່ທັນສະໄໝ, ວິທະຍາສາດແລະເຕັກໂນໂລຊີກ້າວໜ້າ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງແລະປາດຖະໜາຢາກຮ່ວມມືກັບສະມາຊິກຂອງ APEC, ວິສາຫະກິດແລະຄູ່ຮ່ວມມືສາກົນເພື່ອປະຕິບັດວິວັດການນີ້ໃຫ້ປະສົບຜົນສຳເລັດ.
            “ໄປຄຽງຄູ່ກັບການສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຫວຽດນາມກໍ່ໄດ້ສ້າງກົນໄກບຸລິມະສິດ ແກ່ບັນດາວິສາຫະກິດຍາດແຍ່ງໂອກາດເຂົ້າຮ່ວມການສະໜອງຜະລິດຕະພັນ, ບໍລິການຂຽວ; ສ້າງລະບອບລະບຽບການ, ນະໂຍບາຍກ່ຽວກັບການພັດທະນາເສດຖະກິດຂຽວໃຫ້ສົມບູນແບບ; ປ່ຽນແປງໃໝ່ປະດິດຄິດສ້າງເຂດອຸດສາຫະກຳຊີວະພາບ. ບັນດານະໂຍບາຍນີ້ພ້ອມກັບຕະຫຼາດທີ່ມີປະຊາກອນ 100ລ້ານຄົນແລະເຄືອຂ່າຍ    ກວ້າງຂວາງຂອງສັນຍາການຄ້າເສລີ 14ສະບັບທີ່ ຫວຽດນາມ ໄດ້ເຂົ້າຮ່ວມແມ່ນກາລະໂອກາດເງື່ອນໄຂສະດວກໃຫ້ແກ່ນັກລົງທຶນສາກົນເຂົ້າມາລົງທຶນຢູ່ ຫວຽດນາມ, ເພື່ອຮ່ວມມືນຳກັນ, ແບ່ງປັນຜົນປະໂຫຍດແລະ ພັດທະນາແບບຍືນຍົງ. ຜົນສຳເລັດຂອງພວກເພື່ອນກໍແມ່ນຜົນສຳເລັດຂອງພວກຂ້າພະເຈົ້າ.
            ຕາມລາຍການໃນຕອນແລ່ງວັນທີ 11 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຈະເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງການນຳບັນດາພື້ນຖານເສດຖະກິດ APEC ກັບ ສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC. ວັນທີ 12 ພະຈິກ, ທ່ານປະທານປະເທດ ຫວຽດນາມຈະເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດອາຊີ - ປາຊິຟິກຄັ້ງທີ 28.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ດ້ານ​ລົດ​ໄຟ.

Top