• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຫງວຽນຊັວນຝຸກ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ

      ທ່ານປະທານປະເທດຫງວຽນຊັວນຝຸກ ຕີລາຄາສູງ ຄະນະ ສສຊ ນະຄອນໂຮ່ຈິມິນ ໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງ ກ່ຽວກັບຫົວເລື່ອງສະເພາະ ເພື່ອຮັບຟັງຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງຖັນແຖວພະນັກງານ, ແພດໝໍ....
ທ່ານປະທານປະເທດຫງວຽນຊັວນຝຸກ  ແລະ ບັນດາຜູ້ແທນຢູ່ເມືອງກູຈີ (ພາບ: Thống Nhất/TTXVN)
      ຕອນເຊົ້າວັນທີ 11 ຕຸລາ, ທ່ານປະທານປະເທດຫງວຽນຊັວນຝຸກ ພ້ອມກັບໜ່ວຍ ສສຊ ນະຄອນໂຮ່ຈິມິນ ຫົວໜ່ວຍເລກທີ 10 ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກູຈີ. ລາຍການດັ່ງກ່າວໄດ້ຈັດຂຶ້ນແບບທາງໄກຈາກມເມືອງ ກູຈີ ກັບສະຖານທີ່ຢູ່ຕາແສງຕ່າງໆ.
   ທ່ານປະທານປະເທດຫງວຽນຊັວນຝຸກ ຕີລາຄາສູງ ຄະນະ ສສຊ ນະຄອນໂຮ່ຈິມິນ ໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງ ກ່ຽວກັບຫົວເລື່ອງສະເພາະ ເພື່ອຮັບຟັງຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງຖັນແຖວພະນັກງານ, ແພດໝໍ, ຜ່ານນັ້ນ ພ້ອມກັບການນຳພັກ, ລັດ ແລະ ນະຄອນໂຮ່ຈິມິນ ຊອກຫາວິທີແກ້ໄຂຄວາມຫຍຸ້ງຍາກ, ເບິ່ງແຍງດູແລສຸຂະພາບ ປຊຊ ຢ່າງມີປະສິດທິຜົນກ່ວາ, ເພື່ອແນໃສ່ສ້າງເສດຖະກິດ ສັງຄົມເປັນປົກກະຕິຫຼັງໂລກລະບາດໂຄວິດ 19. ກ່ຽວກັບການສັກວັກຊິນໃຫ້ແກ່ເດັກນ້ອຍ,   ທ່ານປະທານປະເທດຫງວຽນຊັວນຝຸກ ເນັ້ນໜັກວ່າ:
   ການສັກວັກຊິນໃຫ້ແກ່ເດັກນ້ອຍ ເພື່ອໃຫ້ເດັກສາມາດໄປໂຮງຮຽນ ແມ່ນບັນຫາທີ່ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດ. ປະຈຸບັນ, ກະຊວງສາທາລະນະສຸກ ແລະ ສະພາວິຊາສະເພາະກ່ຽວກັບວັກຊິນ ໄດ້ຍົກອອກຄຳກ່າວເຕືອນ ກ່ຽວກັບການສັກວັກຊິນໃຫ້ແກ່ຜູ້ມີອາຍຸຕຳກ່ວາ 18 ປີ, ສູ້ຊົນສັກໃນທ້າຍເດືອນຕຸລາ, ຕົ້ນເດືອນພະຈິກ ສຳລັບເດັກໃນເກັນອາຍຸແຕ່ 11-17 ປີ. ຫວຽດນາມ ໄດ້ຊື້ວັກຊິນ ຂອງກູບາ ໃຫ້ແກ່ຜູ້ໃຫ່ຍ 5 ລ້ານໂດສ ແລະ ເດັກນ້ອຍ 5 ລ້ານໂດສ . ສ່ວນບໍລິວັດ Pfizer ກໍ່ໃຫ້ຄຳໝັ້ນສັນຍາຈະສະໜອງວັກຊິນໃຫ້ແກ່ເດັກນ້ອຍ 20 ລ້ານໂດສ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ໃນໂອກາດວັນໄຊຊະນະ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະ 2 ຝ່າຍກັບການນຳ ຈີນ, ກຸຍບາ, ຢູເບກິດສະຖານ.

Top